ຈີນ-ອາຊຽນຈະລົງເລິກການຮ່ວມມືໃນຂົງເຂດພະລັງງານສະອາດ

2023-09-20 15:00:17 CRI

 

ວັນທີ 19 ກັນຍານີ້, ສັບປະດາການຮ່ວມມືດ້ານພະລັງງານສະອາດຈີນ-ອາຊຽນ 2023 ທີ່ຮ່ວມກັນຈັດຂຶ້ນໂດຍກົມພະລັງງານແຫ່ງຊາດຈີນ, ອົງການປົກຄອງແຂວງໄຫຫຼຳແລະກະຊວງພະລັງງານແລະຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ໄຂຂຶ້ນຢູ່ນະຄອນໄຫໂຂແຂວງໄຫຫຼຳຂອງຈີນ, ຫຼາຍຝ່າຍໄດ້ສະແດງທ່າທີຈະລົງເລິກການຮ່ວມມືໃນຂົງເຂດພະລັງງານສະອາດ.

 

ທ່ານຈ່າງຈ້ຽນຮວາ, ຫົວໜ້າກົມພະລັງງານແຫ່ງຊາດຈີນໄດ້ກ່າວໃນພິທີໄຂວ່າ: ຈີນຍິນດີສືບຕໍ່ເພີ່ມທະວີການຮ່ວມມືຕົວຈິງກັບບັນດາປະເທດສະມາຊິກອາຊຽນໃນການເຊື່ອມຕໍ່ດ້ານພະລັງງານໄຟຟ້າ, ພະລັງງານໝູນວຽນແລະດ້ານອື່ນໆ.

 

ທ່ານກາວ ກິມ ຮູນ, ເລຂາທິການໃຫຍ່ອາຊຽນກ່າວວ່າ: ຫວັງວ່າອາຊຽນແລະຈີນຈະຖືເອົາສັບປະດາການຮ່ວມມືດ້ານພະລັງງານສະອາດເປັນເວທີທີ່ສຳຄັນ, ຮ່ວມກັນຊຸກຍູ້ໃຫ້ພະລັງງານຫັນເປັນແບບສີຂຽວແລະປ່ອຍກາກບອນຕ່ຳ.

 

ທ່ານອາຣີຟີນ ຕັສຣີຟ, ລັດຖະມົນຕີກະຊວງພະລັງງານແລະຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍກ່າວໃນພິທີໄຂວ່າ: ອິນໂດເນເຊຍຍິນດີຕັ້ງໜ້າເພີ່ມທະວີການແລກປ່ຽນບົດຮຽນຕົວຈິງກ່ຽວກັບການປະດິດສ້າງໃໝ່ຂອງເຕັກໂນໂລຊີດ້ານພະລັງງານ, ຊ່ວຍເຫຼືອການພັດທະນາຢ່າງຂະໜາດໃຫຍ່ດ້ານພະລັງງານສະອາດ.