ຈັດການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78

2023-09-20 14:34:08 CRI


ວັນທີ 19 ກັນຍານີ້, ການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ. ປະມຸກລັດ, ຫົວໜ້າຄະນະລັດຖະບານ ແລະ ຜູ້ຕາງໜ້າລະດັບສູງຂອງຫຼາຍປະເທດຈະສະແດງຈຸດຢືນຂອງປະເທດຕົນ ພ້ອມທັງສະເໜີແຜນການແກ້ໄຂກ່ຽວກັບບັນຫາສຳຄັນ ແລະ ສິ່ງທ້າທາຍຕ່າງໆທີ່ປະຊາຄົມໂລກມີຄວາມສົນໃຈນຳກັນ, ເຊັ່ນ: ການຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງ, ຮັບມືກັບວິກິດການດິນຟ້າອາກາດ, ຜ່ອນຄາຍສະພາບການຄວາມໝັ້ນຄົງທີ່ຊຸດໂຊມລົງຢ່າງບໍ່ຢຸດຢັ້ງ, ກໍຄືການຊຸກຍູ້ການປະຕິຮູບ ອົງການສະຫະປະຊາຊາດເປັນຕົ້ນ.


ຫົວຂໍ້ ການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງນີ້ແມ່ນ “ສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່, ຟື້ນຟູຄວາມສາມັກຄືຄືນໃໝ່: ເລັ່ງລັດດຳເນີນງານ, ຈັດຕັ້ງປະຕິບັດວາລະຮອດປີ 2030 ພ້ອມດ້ວຍເປົ້າໝາຍການພັດທະນາແບບຍືນຍົງ, ຊຸກຍູ້ສັນຕິພາບ ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ ແລະ ຄວາມຍືນຍົງໃຫ້ແກ່ຄົນທັງຫຼາຍ.”