ຜູ້ລາຍງານພິເສດຂອງສະພາສິດທິມະນຸດອົງການສະຫະປະຊາຊາດຮຽກຮ້ອງໃຫ້ເອົາໃຈໃສ່ໃນລະດັບສູງຕໍ່ບັນຫາທີ່ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-09-20 14:59:14 CRI

 

ວັນທີ 19 ກັນຍານີ້, ກອງປະຊຸມຄັ້ງທີ 54 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ເຊີແນວແຫ່ງສະວິດໄດ້ຈັດກອງປະຊຸມສົນທະນາກັບຜູ້ລາຍງານພິເສດກ່ຽວກັບບັນຫາທີ່ສ້າງຜົນກະທົບຕໍ່ສິດທິມະນຸດຈາກການແກ້ໄຂສິ່ງເສດເຫຼືອທີ່ມີສານຜິດ. ຜູ້ຕາງໜ້າຂອງຈີນປະຈຳອົງການສະຫະປະຊາຊາດໄດ້ສືບຕໍ່ເປີດເຜີຍຄວາມຈິງທີ່ຢຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລລ່ວງລ້ຳສິດທິມະນຸດໃນກອງປະຊຸມຂອງສະພາສິດທິມະນຸດ, ເຊິ່ງໄດ້ຮັບການຕອນຮັບຢ່າງຫຼວງຫຼາຍຈາກກອງປະຊຸມ.

 

ຜູ້ລາຍງານພິເສດຂອງສະພາສິດທິມະນຸດກ່າວວ່າ: ຜ່ານການຄົ້ນຄວ້າສະແດງໃຫ້ເຫັນວ່າ: ເຖິງວ່ານ້ຳປົນເປື້ອນລັງສີນິວເຄລຍມີປະລິມານສານກຳມັນຕະພາບລັງສີຕ່ຳ, ແຕ່ການປ່ອຍລົງສູ່ທະເລຢ່າງຫຼວງຫຼາຍແລ້ວຍັງຈະເກີດຜົນສະທ້ອນທີ່ບໍ່ສາມາດປະເມີນໄດ້ຕໍ່ລະບົບນິເວດ. ປະຊາຄົມໂລກຄວນເອົາໃຈໃສ່ໃນລະດັບສູງຕໍ່ບັນຫາທີ່ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ສ່ວນມາດຕະຖານຄວາມປອດໄພສາກົນຂອງການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລທີ່ມີຢູ່ໃນປັດຈຸບັນນີ້ຄວນໄດ້ຮັບການດັດແປງຄືນໃໝ່.