“ພາລະກິດລະດູບານໃໝ່” ພາກທີ 2

2023-09-20 15:35:11 cri



ຢູ່ຈີນ, ຄົນພິການເປັນ “ກຸ່ມຄົນພິເສດທີ່ມີຄວາມຫຍຸ້ງຍາກ”, ພາລະກິດຄົນພິການຖືກປຽບທຽບເປັນ “ພາລະກິດລະດູບານໃໝ່”.

 

ບໍ່ວ່າຕອນເຮັດວຽກຢູ່ຂັ້ນທ້ອງຖິ່ນ ຫຼື ຢູ່ຂັ້ນສູນກາງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນລ້ວນແຕ່ມີຄວາມຫ່ວງໃຍເປັນພິເສດຕໍ່ກຸ່ມຄົນພິການ ໂດຍໄດ້ສ້າງຄວາມຊົງຈຳທີ່ອົບອຸ່ນເປັນຈຳນວນຫຼາຍໃຫ້ກັບເຂົາເຈົ້າ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ພາລະກິດຄົນພິການ ໂດຍກຸ່ມຄົນພິການມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ມີຄວາມປອດໄພເພີ່ມຂຶ້ນຢ່າງເດັ່ນຊັດ.

 

ຍ້ອງຍໍຊົມເຊີຍຄົນພິການທີ່ຊ່ວຍເຫຼືອແລະສະໜັບສະໜູນກັນ

 



ເດືອນເມສາ ປີ2018, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນຊິງເຫີຈູ່ເມືອງຊິງຊ່ານນະຄອນອູຮັ້ນແຂວງຫູເປີຍ, ເມື່ອແນມເຫັນນາງ ຕູ້ເສີງເສີງ ທີ່ນັ່ງຢູ່ລໍ້ຍູ້, ເພິ່ນຟ້າວຍ່າງເຂົ້າໄປຫາໂດຍກົ້ມລົງ ເດ່ມືທັງສອງເບື້ອງໄປຈັບມືຂອງນາງຢ່າງແໜ້ນໆ. ເພິ່ນແນມເບິ່ງນາງດ້ວຍຄວາມເມດຕາ, ຮັບຟັງນາງແຈ້ງໃຫ້ຮູ້ກ່ຽວກັບຕົນເອງໄດ້ດຳເນີນວຽກງານໃຫ້ບໍລິການບັນຍາຍຮູບເງົາແກ່ຄົນຕາບອດຄືແນວໃດ, ເພິ່ນໄດ້ຍ້ອງຍໍວ່າ: ນີ້ເປັນວຽກໜຶ່ງທີ່ມີຄຸນປະໂຫຍດຫຼາຍ.

 

ເວລາກ່າວຄຳອຳລາ, ທ່ານສີຈິ້ນຜິງໄດ້ເວົ້າກັບນາງຕູ້ເສີງເສີງວ່າ “ຂອບໃຈສະຫາຍ”, ສິ່ງນີ້ໄດ້ເຮັດໃຫ້ນາງຕື້ນຕັນໃຈຫຼາຍຈົນນ້ຳຕາຊຶມອອກ.ນາງບອກໃຫ້ຮູ້ໂດຍບໍ່ປິດບັງວ່າ ຕົນເອງເຄີຍພົບກັບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍໃນເວລາເຮັດວຽກ, ແຕ່ວ່າ ຄຳເວົ້າຂອງທ່ານສີຈິ້ນຜິງທີ່ວ່າ  “ຂອບໃຈສະຫາຍ” ໄດ້ເພີ່ມກຳລັງແຮງໃຈໃຫ້ແກ່ນາງກ້າວເດີນໄປຂ້າງໜ້າຢ່າງເດັດດ່ຽວ. ປີ2020, ພະຍາດໂຄວິດ-19 ແພ່ລະບາດຢ່າງຮຸນແຮງຢູ່ນະຄອນອູຮັ້ນ, ນາງຕູ້ເສີງເສີງເປັນຄົນອູຮັ້ນ, ນອກຈາກເຮັດວຽກຕາມໜ້າທີ່ຕຳແໜ່ງຂອງຕົນແລ້ວ, ນາງຍັງໃຫ້ບໍລິການດ້ານຈິດຕະສາດຜ່ານທາງອ໋ອນລາຍແກ່ເພື່ອນມິດຜູ້ໃຊ້ອິນເຕີເນັດໃນນາມອາສາສະໝັກຕື່ມອີກ. ນາງຫວັງຢາກໝູນໃຊ້ປະສົບການຂອງຕົນເພື່ອເປັນກຳລັງໃຈໃຫ້ແກ່ຜູ້ຄົນຫຼາຍກວ່າເກົ່າໃນການຫຼຸດພົ້ນອອກຈາກເງົາມືດແລະຮັບຕ້ອນແສງສະຫວ່າງ.

 

ປະຕິບັດຕົວຈິງໃນການຊຸກຍູ້ໃຫ້ບັນລຸເປົ້າໝາຍການຈັດ “ສອງງານກິລາໂອລິມປິກໃຫ້ເປັນງານທີ່ໜ້າຊົມແລະປະທັບໃຈຄືກັນ”

 

   ໃນໄລຍະກະກຽມຈັດງານກິລາໂອລິມປິກລະດູໜາວປັກກິ່ງ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ2022, ແຕ່ລະເທື່ອທີ່ທ່ານສີຈິ້ນຜິງເຄື່ອນໄຫວສຳຫຼວດວຽກງານກະກຽມທີ່ກ່ຽວຂ້ອງ, ເພິ່ນໄດ້ຮັບຟັງລາຍງານສະພາບວຽກງານກະກຽມງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວໄປພ້ອມກັນໂດຍໄດ້ວາງແຜນງານກະກຽມທຸກລາຍການໂດຍລວມ ເຊິ່ງເປັນການປະຕິບັດຕົວຈິງໃນການຊຸກຍູ້ໃຫ້ບັນລຸເປົ້າໝາຍການຈັດ “ສອງງານກິລາ ໂອລິມປິກໃຫ້ເປັນງານທີ່ໜ້າຊົມແລະປະທັບໃຈຄືກັນ”

 



ວັນທີ 4ມັງກອນ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມສຳຫຼວດໂຄງການບ້ານໂອລິມປິກລະດູໜາວ(ບ້ານໂອລິມປິກຄົນພິການລະດູໜາວ)ປັກກິ່ງ, ເພິ່ນໄດ້ເຂົ້າໄປກວດເບິ່ງຢູ່ໃນຫ້ອງຕົວແບບສຳລັບນັກກິລາຄົນພິການເປັນການສະເພາະ ແລະຍ້ອງຍໍຊົມເຊີຍສິ່ງອຳນວຍຄວາມສະດວກສຳລັບຄົນພິການຢູ່ພາຍໃນຫ້ອງ ພ້ອມທັງຊີ້ນຳໃຫ້ຕ້ອງສຸມໃສ່ແກ້ໄຂບັນຫາລະອຽດໃຫ້ຮອບຄອບເພື່ອໃຫ້ບໍລິການທີ່ດີຕາມຄວາມປາດຖະໜາແລະຄວາມຮຽກຮ້ອງຕ້ອງການຂອງນັກກິລາ.

 

ພາຍໃຕ້ຄວາມເອົາໃຈໃສ່ແລະຊຸກຍູ້ສົ່ງເສີມຈາກທ່ານສີຈິ້ນຜິງ, ຄຳຊີ້ນຳດັ່ງກ່າວທີ່ສະແດງເຖິງນ້ຳໃຈພິເສດ ໄດ້ຮັບການຜັນຂະຫຍາຍຈັດຕັ້ງປະຕິບັດຢ່າງຮອບດ້ານໃນການຈັດວາງແລະການບໍລິການສຳລັບການແຂ່ງຂັນຂອງງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ. ທ່ານ ແອນດຣິວ ປາຣເຊັນສ ປະທານຄະນະກຳມະການໂອລິມປິກຄົນພິການສາກົນໄດ້ຍ້ອງຍໍຊົມເຊີຍເປັນຢ່າງສູງວ່າ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງເປັນງານທີ່ໜ້າງຶດງໍ້ອັດສະຈັນ, ປອດໄພໄວ້ໃຈໄດ້, ໜ້າຊົມແລະປະທັບໃຈ, ເຊິ່ງໄດ້ສ້າງແບບຢ່າງມາດຕະຖານໃຫ້ກັບງານກິລາໂອລິມປິກຄົນພິການລະດູໜາວໃນຄັ້ງຕໍ່ຕໍ່ໄປ.

 

“ພາລະກິດລະດູບານໃໝ່”ເປັ່ງປະກາຍຄວາມສະຫງ່າລາສີໃນຍຸກໃໝ່

 

ຢູ່ຈີນມີຄົນພິການຫຼາຍກວ່າ 85 ລ້ານຄົນ, ຕໍ່ກັບຄົນພິການທີ່ເປັນກຸ່ມຄົນພິເສດທີ່ມີຄວາມຫຍຸ້ງຍາກນີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ການເຮັດໃຫ້ຄົນພິ ການທັງຫຼາຍຢູ່ເຢັນເປັນສຸກ, ເຫຼືອຢູ່ເຫຼືອກິນ, ມີຊີວິດການເປັນຢູ່ທີ່ດີແລະມີຄວາມສຸກ ເປັນສິ່ງ ສຳຄັນທີ່ສ່ອງແສງໃຫ້ເຫັນເຖິງຈຸດປະສົງຂອງພັກໃນການຮັບໃຊ້ປະຊາຊົນຢ່າງ ສຸດໃຈ,ເປັນຄວາມຮຽກຮ້ອງທີ່ຈຳເປັນຂອງລະບອບສັງຄົມນິຍົມຂອງປະເທດເຮົາ.”

 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ຈີນໄດ້ສຸມຄວາມພະຍາຍາມຢ່າງບໍ່ຢຸດຢັ້ງເຂົ້າໃນດ້ານຕ່າງໆເຊັ່ນ: ການປະກັນສັງຄົມ, ການຟື້ນຟູສຸຂະພາບ, ການສຶກສາ, ການປະກອບອາຊີບ, ການສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກ ແລະອື່ນໆ, ຊຸກຍູ້ພາລະກິດຄົນພິການໃຫ້ພັດທະນາໄປຢ່າງຮອບດ້ານ, ຕົວຢ່າງ:

 

ສ້າງກົດໝາຍສະເພາະກ່ຽວກັບການສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກເປັນຄັ້ງທຳອິດ.

 

ວັນທີ1ກັນຍາ2023, ຈີນໄດ້ປະກາດໃຊ້ກົດໝາຍວ່າດ້ວຍການສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກຢ່າງເປັນທາງການ, ໂດຍແຫ່ງຕ່າງໆ ແລະຂະແໜງການຕ່າງໆໄດ້ອອກແຮງຢ່າງສຸດຂີດເພື່ອຊຸກຍູ້ໃຫ້ການສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໄດ້ພັດທະນາໄປດ້ວຍຄຸນນະພາບສູງ.

 

ກະຊວງວຽກງານປະຊາສົງເຄາະ,  ຫ້ອງການໜ່ວຍນຳພາວຽກງານຊົນນະບົດສູນກາງ, ກະຊວງການເງິນ ແລະ ພາກສ່ວນອື່ນໆຂອງຈີນໄດ້ສ້າງນະໂຍບາຍໂດຍຂະຫຍາຍຂອບເຂດປະຕິບັດນະໂຍບາຍກ່ຽວກັບການຮ້ອງຂໍເງິນອຸດໜູນປະກັນຊີວິດຂັ້ນພື້ນຖານສຳລັບຄອບຄົວຄົນພິການທີ່ຢູ່ຜູ້ດຽວທີ່ມີຄວາມຫຍຸ້ງຍາກພິເສດໃຫ້ເຂົ້າເຖິງກຸ່ມຄົນຫຍຸ້ງຍາກພິເສດເຊັ່ນ ຄົນພິການທີ່ຕ້ອງອາໄສຜູ້ເຖົ້າເບິ່ງແຍງລ້ຽງດູ, ຄົນພິການລະດັບສາຫັດທີ່ບໍ່ມີວຽກເຮັດງານທຳແລະອື່ນໆ. ນັບມາຮອດທ້າຍປີ2022, ຄົນພິການຈຳນວນ10.455.000 ຄົນໄດ້ຖືກຈັດເຂົ້າໃນຂອບເຂດເປົ້າໝາຍປະກັນຊີວິດຂັ້ນພື້ນຖານແລ້ວ.

 

ລະບົບບໍລິການເພື່ອໃຫ້ຄວາມເມດຕາຄົນພິການໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ

 

ລະຫວ່າງປີ2021ຫາ2022, ຄົນພິການຈຳນວນ17.074.600ຄົນໄດ້ເຂົ້າເຖິງການບໍລິການຟື້ນຟູສຸຂະພາບຂັ້ນພື້ນຖານ. ໃນທົ່ວປະເທດຈີນມີແຂວງ(ເຂດປົກຄອງຕົນ,ກຳແພງນະຄອນ)20ແຫ່ງໄດ້ວາງນະໂຍບາຍກ່ຽວກັບເງິນອຸດໜູນອຸປະກອນຊ່ວຍຄົນພິການຕາມຄວາມເໝາະສົມ.

 

ການສຶກສາສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ກັບຄົນພິການ

 

ຫຼາຍພາກສ່ວນໄດ້ປະສານສົມທົບກັນຊຸກຍູ້ການສຶກສາພິເສດຂະຫຍາຍຕົວແບບໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ນັບມາຮອດເດືອນພຶດສະພາປີ2023,ຈີນມີນັກຮຽນນັກສຶກສາປຜູ້ພິການທີ່ໄດ້ຮັບທຶນຊ່ວຍເຫຼືອດ້ານການສຶກສາບັນລຸ 1.362.000 ເທື່ອຄົນ, ນັກຮຽນຜູ້ພິການຫຼາຍກວ່າ30.000ຄົນໄດ້ຖືກສະຖາບັນການສຶກສາຊັ້ນສູງຮັບເຂົ້າເປັນນັກສຶກສາ.