ກອງປະຊຸມສຸດຍອດ “G77 ກັບ ຈີນ” ຮຽກຮ້ອງໃຫ້ສ້າງຕັ້ງລະບຽບຂອງເສດຖະກິດໂລກໃໝ່

2023-09-20 14:23:35 cri

ວັນທີ 15 ກັນຍານີ້, ກອງປະຊຸມສຸດຍອດ “G77 ກັບ ຈີນ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງລາຮາວານປະເທດກູບາ ໂດຍມີຄະນະຜູ້ແທນທີ່ມາຈາກ 100 ກວ່າປະເທດເຂົ້າຮ່ວມ.

ກຸ່ມ 77 ປະເທດ ຫຼື G77 ໃນເບື້ອງຕົ້ນແມ່ນປະກອບດ້ວຍ 77 ປະເທດ, ປັດຈຸບັນ ໄດ້ພັດທະນາມາເປັນ 134 ປະເທດກຳລັງພັດທະນາ. ເຖິງແມ່ນວ່າປະເທດຈີນບໍ່ແມ່ນປະເທດສະມາຊິກຂອງ G77, ແຕ່ນັບຕັ້ງແຕ່ປີ 1991 ເປັນຕົ້ນມາ, ການພົວພັນລະຫວ່າງຈີນກັບ G77 ໄດ້ຮັບການພັດທະນາຂ້ອນຂ້າງໃຫຍ່ໂຕບົນພື້ນຖານທີ່ມີມາກ່ອນ. ຈີນ ແລະ ບັນດາປະເທດກຳລັງພັດທະນາໄດ້ດຳເນີນການປະສານງານ ແລະ ການຮ່ວມມືໂດຍຜ່ານກົນໄກ “G77 ກັບ ຈີນ” ເພື່ອພະຍາຍາມຮ່ວມກັນໃນການສ້າງຕັ້ງລະບຽບຂອງເສດຖະກິດໂລກໃໝ່.

ທ່ານຫຼີຊີ່ ກຳມະການປະຈຳກົມການເມືອງສູນກາງພັກ ປະທານຄະນະກຳມະການກວດກາສູນກາງພັກຄອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມສຸດຍອດໃນຄັ້ງນີ້ ໃນຖານະເປັນຜູ້ຕາງໜ້າພິເສດຂອງທ່ານປະທານສີຈິ້ນຜິງ. ທ່ານຫຼີຊີ່ກ່າວວ່າ: ບໍ່ວ່າປະເທດຈີນພັດທະນາຮອດລະດັບໃໝ່ ກໍຈະເປັນສະມາຊິກຂອງຄອບຄົວປະເທດກຳລັງພັດທະນາຕະຫຼອດໄປ. ຈີນຍິນດີຮ່ວມກັບບັນດາປະເທດສະມາຊິກຂອງ G77 ເພື່ອຮັກສາຜົນປະໂຫຍດຮ່ວມຂອງປະເທດກຳລັງພັດທະນາ, ຍົກສູງສິດປະກອບຄຳຄິດເຫັນທີ່ຄວນມີໃນລະບົບການບໍລິຫານ ທົ່ວໂລກ.

ໃນເວລາປິດກອງປະຊຸມສຸດຍອດດັ່ງກ່າວ, ລັດຖະມົນຕີກະຊວງການຕ່າງປະເທດກູບາໄດ້ອອກຖະແຫຼງການສະບັບໜຶ່ງ ໂດຍລະບຸວ່າ: ຢູ່ໃນລະບຽບສາກົນທີ່ເຕັມໄປດ້ວຍການປັດເຂ່ຍ, ບໍ່ຍຸຕິທຳ ທັງມີລັກສະນະປຸ້ນສະດົມນັ້ນ, ປະເທດກຳລັງພັດທະນາປະເຊີນໜ້າກັບອຸປະສັກອັນໃຫຍ່ຫຼວງ. ທ່ານຮຽກຮ້ອງໃຫ້ສ້າງຕັ້ງລະບຽບຂອງເສດຖະກິດໂລກໃໝ່ ເຊິ່ງເປັນການສົ່ງສັນຍານໄປທົ່ວໂລກວ່າ: ປະເທດກຳລັງພັດທະນາກໍຮຽກຮ້ອງຕໍ່ການພັດທະນາ, ຢູ່ໃນໂລກນີ້ບໍ່ຄວນໃຫ້ມີແຕ່ປະເທດທີ່ຮັ່ງມີເປັນຜູ້ຊີ້ນຳ.

ລະບຽບສາກົນໃນປັດຈຸບັນ ເປັນ “ລະບຽບຫຼັງສົງຄາມໂລກຄັ້ງທີ 2” ທີ່ຖືອາເມຣິກາເປັນຫຼັກ. ແຕ່ປະເທດທີ່ພັດທະນາແລ້ວທີ່ຖືອາເມຣິກາເປັນຫຼັກນັ້ນ ໄດ້ຍຶດຄອງຊັບສິນຂອງໂລກເປັນເວລາຍາວນານພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ປ່ຽນແປງລະບຽບຫຼັງສົງຄາມຢ່າງເປີດແປນ ແລະ ອອກແຮງປະຕິບັດລັດທິເຈົ້າອຳນາດ. ປະເທດເຫຼົ່ານີ້ໄດ້ຖືມາດຕະຖານ ແລະ ຄ່ານິຍົມຂອງຕົນເປັນມາດຕະຖານ, ຕຳໜິ ແລະ ລົງໂທດປະເທດກຳລັງພັດທະນາ, ຍິ່ງໄປກວ່ານັ້ນ ຍັງໄດ້ນຳໃຊ້ການແຊກແຊງດ້ານການທະຫານ, ການໂຄ່ນລົ້ມອຳນາດການປົກຄອງ ແລະ ວິທີອື່ນໆ ເພື່ອທຳລາຍອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດກຳລັງພັດທະນາ. ພາຍໃຕ້ “ລະບຽບສາກົນ” ດັ່ງກ່າວ, ປະເທດກຳລັງພັດທະນາຫວັງວ່າຈະໄດ້ຮັບຜົນປະໂຫຍດອັນຊອບທຳ ແມ່ນເກືອບກໍຍັງບໍ່ມີຫວັງເລີຍ.

ເຖິງແມ່ນວ່າປະເທດສະມາຊິກຂອງ G77 ບໍ່ຮັ່ງມີປານໃດ, ອິດທິພົນໃນສາກົນກໍຖືກຈຳກັດ ແລະ ຍັງຖືກສື່ມວນຊົນຝ່າຍຕາເວັນຕົກສຽດສີກໍຕາມ, ແຕ່ກຸ່ມ G77 ໄດ້ກວມເອົາປະຊາກອນໃນທະວີບອາຊີ, ອາຟຣິກາ ແລະ ອາເມຣິກາ-ລາຕິນ ມີເຖິງ 80% ຂອງປະຊາກອນທົ່ວໂລກ ເຊິ່ງເປັນຕົວແທນຂອງປະຊາກອນສ່ວນໃຫຍ່ໃນໂລກ, ພວກເຂົາເຈົ້າກໍມີສິດສະແຫວງຫາຊີວິດທີ່ມີຄວາມຜາສຸກເຊັ່ນກັນ. ຢູ່ໃນສະໄໝປັດຈຸບັນທີ່ສະຖານະການໂລກປະເຊີນໜ້າກັບການປ່ຽນແປງໃຫຍ່ທີ່ບໍ່ເຄີຍມີມາໃນຮອບ 100 ປີ, ການຄົງຕົວຂອງກອງປະຊຸມສຸດຍອດ “G77 ກັບ ຈີນ” ຍິ່ງມີຄວາມໝາຍສຳຄັນ ເພາະນີ້ຄືພື້ນຖານຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ຍິ່ງເປັນກຳລັງແກນກາງທີ່ຕ້ານກັບລັດທິເຈົ້າອຳນາດ. ບັນດາປະເທດກຳລັງພັດທະນາມີແຕ່ສາມັກຄີກັນ, ຮ່ວມກັນຕໍ່ຕ້ານການຂົ່ມເຫັ່ງບັງບຽດຂອງອາເມຣິກາ ແລະ ປະເທດຝ່າຍຕາເວັນຕົກ, ໃນທີ່ສຸດຈຶ່ງຈະສາມາດສ້າງຕັ້ງລະບຽບສາກົນທີ່ສະເໝີພາບ, ຍຸຕິທຳ ແລະ ກວມລວມຂຶ້ນໄດ້.