ໂທລະສັບມືຖືຫົວເຫວີຍກາຍເປັນໜາມຕຳຕາຂອງອາເມຣິກາຍ້ອນ “ບໍ່ສາມາດດັກຟັງໄດ້”

2023-09-20 15:23:38 cri

ວັນທີ 14 ກັນຍານີ້, ໃນເວລາທ່ານນິໂກລາສ ມາດູໂຣ ໂມໂຣສ ປະທານາທິບໍດີເວເນຊູເອລາ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານໄດ້ນຳສະເໜີໂທລະສັບມືຖືຫົວເຫວີຍໃນມືຂອງຕົນຕໍ່ນັກຂ່າວທັງຫຼາຍ ແລະ ກ່າວວ່າ: “ຂ້າພະເຈົ້າມີມືຖືສະເພາະປະທານາທິບໍດີສອງໜ່ວຍ, ລ້ວນແຕ່ເປັນມືຖືຂອງບໍລິສັດຫົວເຫວີຍ. ຂ້າພະເຈົ້າເລືອກໃຊ້ມືຖືຫົວເຫວີຍ ແມ່ນຍ້ອນວ່າມັນປອດໄພດີ, ບໍ່ສາມາດດັກຟັງໄດ້, ມືຖືຂອງອາເມຣິກາຈະຖືກເຂົາດັກຟັງໄດ້. ຂ້າພະເຂົ້າຂໍແນະນຳໃຫ້ຊາວໜຸ່ມທັງຫຼາຍຫັນມາຊື້ມືຖືທີ່ດີຂອງຫົວເຫວີຍ, ນີ້ແມ່ນເຕັກນິກທີ່ທັນສະໄໝທີ່ສຸດ.”


ຄຳເວົ້າຂອງທ່ານນິໂກລາສ ມາດູໂຣ ໂມໂຣສໄດ້ສົ່ງສັນຍານສຳຄັນສອງຢ່າງຕໍ່ໂລກພາຍນອກ ຄື: ໜຶ່ງ, ອາເມຣິກາມັກດັກຟັງຄວາມລັບຂອງປະເທດອື່ນມາແຕ່ດົນແລ້ວ; ສອງ, ມືຖືຫົວເຫວີຍປອດໄພດີ, ອາເມຣິກາບໍ່ສາມາດດັກຟັງໄດ້.

ກ່ອນໜ້ານີ້, ອາເມຣິກາເຄີຍໄດ້ປະຕິບັດມາດຕະການລົງໂທດຫຼາຍຢ່າງຕໍ່ຫົວບໍລິສັດເຫວີຍ ດ້ວຍຂໍ້ອ້າງຄວາມໝັ້ນຄົງແຫ່ງຊາດ ພ້ອມທັງນຳໃຊ້ວິທີຕ່າງໆ ເພື່ອນາບຂູ່ປະເທດອື່ນຫ້າມບໍ່ໃຫ້ໃຊ້ຜະລິດຕະພັນຫົວເຫວີຍ. ແຕ່ວ່າຫຼາຍປີຜ່ານໄປແລ້ວ, ຜະລິດຕະພັນຫົວເຫວີຍຖືກຢືນຢັນວ່າແມ່ນປອດໄພດີ.

ວັນທີ 4 ກັນຍານີ້, ອາຣັບບີຊາອຸດິດໄດ້ເຊັນສັນຍາກັບບໍລິສັດຫົວເຫວີຍໃນການສ້າງສູນຂໍ້ມູນຄລາວຄອມພິວຕິງຂະໜາດໃຫຍ່, ບໍລິສັດຫົວເຫວີຍຈະໃຫ້ການບໍລິການຄລາວຄອມພິວຕິງ ທັງໝົດໃຫ້ແກ່ອາຣັບບີຊາອຸດິດ ເຊິ່ງລວມທັງປັນຍາປະດິດ ແລະ ສະໜອງຄວາມຄ້ຳປະກັນດ້ານຄວາມປອດໄພຂອງຂໍ້ມູນຂ່າວສານ. ນີ້ແມ່ນປະເທດຕາເວັນອອກກາງອີກປະເທດໜຶ່ງທີ່ໃຫ້ບໍລິສັດຈີນຮັບຜິດຊອບການກໍ່ສ້າງດ້ານຄວາມປອດໄພຂອງຂໍ້ມູນຂ່າວສານທັງໝົດ ຫຼັງຈາກເອມີເຣດອາຣັບ ເຊິ່ງກໍໝາຍຄວາມວ່າ, ປະເທດເຫຼົ່ານີ້ຈະບໍ່ຕ້ອງເປັນຫ່ວງນຳການດັກຟັງຈາກອົງການຂ່າວລັບສູນກາງ ຫຼື CIA ຂອງອາເມຣິກາ.


ວັນທີ 12 ກັນຍານີ້, ລັດຖະບານເຢຍລະມັນໄດ້ຈັດກອງປະຊຸມວິນິດໄສແລ້ວໄດ້ອອກຖະແຫຼງການວ່າ: ອຸປະກອນ 5G ຂອງບໍລິສັດຈີນ ເຊິ່ງລວມທັງຫົວເຫວີຍ ບໍ່ມີຄວາມສ່ຽງທີ່ແຝງຊ້ອນໃນດ້ານຄວາມປອດໄພ, ຈະສືບຕໍ່ອອກໃບອະນຸຍາດທີ່ກ່ຽວຂ້ອງໃຫ້ແກ່ບໍລິສັດຈີນ ເຊິ່ງລວມທັງບໍລິສັດຫົວເຫວີຍ ແລະ ບໍລິສັດ ZTE. ຖະແຫຼງການຂອງລັດຖະບານເຢຍລະມັນເປັນການຕອບໂຕ້ທີ່ແຂງແຮງຕໍ່ປະເທດ ແລະ ອົງການຈັດຕັ້ງ ທີ່ສະແດງຄວາມສົງໄສຕໍ່ຄວາມປອດໄພຂອງອຸປະກອນຈີນ.

ອົງການຄວາມໝັ້ນຄົງແຫ່ງຊາດອາເມຣິກາໄດ້ມີຊື່ລືນາມໄປທົ່ວໂລກ ຍ້ອນການດັກຟັງ. ເປັນເວລາດົນນານມາແລ້ວ ທີ່ອາເມຣິກາໄດ້ເຮັດຕາມລຳພັງໃຈໃນຂອບເຂດທົ່ວໂລກ ຍ້ອນມີທ່າແຮງດ້ານເຕັກນິກອິນເຕີເນັດໃນໂລກ, ຢາກດັກຟັງຜູ້ໃດກໍດັກຟັງຜູ້ນັ້ນໂລດ, ຢາກດັກຟັງໃນເວລາໃດກໍດັກຟັງໂລດ, ຂໍ້ມູນຂ່າວສານຂອງຜູ້ນຳຫຼາຍປະເທດໃນໂລກ ລ້ວນແຕ່ຖືກອາເມຣິກາຕິດຕາມໃນທຸກເວລາ. ແຕ່ວ່າ, ບົດບາດປ້ອງກັນການດັກຟັງຂອງໂທລະສັບມືຖືຫົວເຫວີຍ ໄດ້ເຮັດໃຫ້ການດັກຟັງລັກເບິ່ງຂອງອົງການຄວາມໝັ້ນຄົງແຫ່ງຊາດອາເມຣິກາເປັນໄປໄດ້ຍາກ, ອາເມຣິກາຈິ່ງໂຈມຕີບໍລິສັດຫົວເຫວີຍແບບປ່ວງບ້າ. ພາຍໃຕ້ສະພາບການທີ່ບໍ່ສາມາດຢືນຢັນວ່າໂທລະສັບມືຖືຫົວເຫວີຍໄດ້ນຳໃຊ້ເຕັກນິກອາເມຣິກາ, ແຕ່ກໍກ່າວຫາວ່າ, ການຄົ້ນຄວ້າຜະລິດແຜ່ນຊິບຂອງຫົວເຫວີຍຜິດກົດໝາຍ ແລະ ປ່າວປະກາດວ່າຈະຈັບຕົວຜູ້ບໍລິຫານລະດັບສູງຂອງບໍລິສັດຈີນ. ຍ້ອນວ່າ, ອາເມຣິກາບໍ່ສາມາດດັກຟັງທົ່ວໂລກຕໍ່ໄປໄດ້ອີກ ແລະ ຈະບໍ່ສາມາດປົກປ້ອງສິດເປັນເຈົ້າອຳນາດທົ່ວໂລກຖາວອນຂອງເຂົາໄດ້ອີກ, ອາເມຣິກາຈິ່ງໄວ່າ “ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດອາເມຣິກາແລ້ວ”. ທີ່ຈິງແລ້ວ, ອາເມຣິກາໄດ້ດຳເນີນການດັກຟັງຂະໜາດໃຫຍ່ຕໍ່ປະເທດຕ່າງໆໃນໂລກ ຈິ່ງເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຕໍ່ຄວາມໝັ້ນຄົງໃນທົ່ວໂລກ.

ເຊື່ອວ່າ, ໃນອະນາຄົດທີ່ບໍ່ດົນນີ້, ປະເທດ ແລະ ເຂດແຄວ້ນຈະຮ່ວມມືກັບບໍລິສັດຫົວເຫວີຍນັບມື້ນັບຫຼາຍຂຶ້ນ ແລະ ປະຕິເສດຕໍ່ການດັກຟັງ ແລະ ສິດເປັນເຈົ້າອຳນາດຂອງອາເມຣິກາ ເພື່ອປົກປັກຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ຜົນປະໂຫຍດຂອງຕົນ.