ຄວາມຂັດແຍ້ງລະຫວ່າງອິນເດຍກັບການາດາຈະໄປໃນທິດທາງໃດ?

2023-09-21 16:49:43 cri

ເມື່ອກອງປະຊຸມສຸດຍອດ G20 ຫາກໍອັດລົງ, ອິນເດຍ ແລະ ການາດາໄດ້ຂັບໄລ່ເຈົ້າໜ້າທີ່ການທູດເຊິ່ງກັນແລະກັນ. ຄວາມຂັດແຍ້ງກັນລະຫວ່າງສອງປະເທດດັ່ງກ່າວ ປາກົດວ່າໄດ້ຮຸນແຮງຂຶ້ນສູ່ລະດັບສູງສຸດຢ່າງກະທັນຫັນ.

ສາເຫດຂອງເຫດການການທູດຄັ້ງນີ້ ແມ່ນຍ້ອນອິນເດຍມີຄວາມບໍ່ພໍໃຈຕໍ່ການາດາທີ່ປ່ອຍປະຕໍ່ການເຄື່ອນໄຫວຂອງລັດທິແບ່ງແຍກຂອງສາສະໜາຊິກ (Sikhism)ໃນການາດາ. ສາສະໜາຊິກເປັນສາສະໜາແບບໃໝ່ທີ່ສ້າງຕັ້ງຂຶ້ນບົນພື້ນຖານຕໍ່ຕ້ານສາສະໜາຮິນດູ. ໃນຫຼາຍປີມານີ້, ພາຍໃຕ້ການສະໜັບສະໜູນຂອງປະເທດຝ່າຍຕາເວັນຕົກ, “ອິດທິກຳລັງແບ່ງແຍກຂອງສາສະໜາຊິກ” ໃນຖານະເປັນອິດທິກຳລັງແບ່ງແຍກອິນເດຍ, ບໍ່ພຽງແຕ່ໄດ້ຕັ້ງ “ສະຖານທູດອິນເດຍ” ຢູ່ຕ່າງປະເທດຢ່າງເປີດແປນເທົ່ານັ້ນ ຍັງໄດ້ຈັດການເຄື່ອນໄຫວແບ່ງແຍກປະເພດຕ່າງໆຢູ່ພາຍໃນປະເທດອິນເດຍອີກດ້ວຍ. ສ່ວນການາດາເປັນປະເທດທີ່ມີຊາວຊິກຫຼາຍທີ່ສຸດນອກຈາກລັດປັນຈາບຂອງອິນເດຍ.

ໃນໄລຍະຈັດກອງປະຊຸມສຸດຍອດ G20 ປີນີ້, ທ່ານນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍໄດ້ຈັດການພົບປະສອງຝ່າຍກັບຜູ້ນຳຫຼາຍປະເທດ, ແຕ່ສຳລັບທ່ານຈັສຕິນ ຕຣູແດອູ  ນາຍົກລັດຖະມົນຕີການາດາ, ທ່ານໂມດີໃຫ້ການພົບປະທີ່ບໍ່ເປັນທາງການເທົ່ານັ້ນ ແລະໃນນີ້ ທ່ານ ນາເຣັນດຣາ ໂມດີຍັງໄດ້ໄດ້ສະແດງຄວາມເປັນຫ່ວງຢ່າງຮຸນແຮງຕໍ່ທ່ານຈັສຕິນ ຕຣູແດອູ ກ່ຽວກັບ “ກຸ່ມຫົວຮຸນແຮງການາດາຈັດການເຄື່ອນໄຫວຕໍ່ຕ້ານອິນເດຍ”.

ທ່າທີຂອງທ່ານນາເຣັນດຣາ ໂມດີ ທີ່ມີຕໍ່ທ່ານຈັສຕິນ ຕຣູແດອູ ໄດ້ກາຍເປັນສາຍຊະນວນທີ່ສອງປະເທດເກີດຄວາມຂັດແຍ້ງກັນ.

ວັນທີ 18 ກັນຍານີ້, ທ່ານຈັສຕິນ ຕຣູແດອູ  ນາຍົກລັດຖະມົນຕີການາດາໄດ້ກ່າວປາຖະກະຖາສຸກເສີນຢູ່ລັດຖະສະພາ ໂດຍກ່າວຟ້ອງວ່າ ນັກສືບລັດຖະບານອິນເດຍມີສ່ວນກ່ຽວພັນກັບເຫດການຖືກສັງຫານຂອງທ່ານຮາດີບ ຊິງ ນີຈາ ຜູ້ນຳສາສະໜາຊິກທີ່ລີ້ໄພຢູ່ການາດາ ພ້ອມທັງປະກາດຂັບໄລ່ເຈົ້າໜ້າທີ່ການທູດອິນເດຍຄົນໜຶ່ງ.

ທ່ານຮາດີບ ຊິງ ນີຈາ ເປັນບຸກຄົນທີ່ສຳຄັນໃນການຊຸກຍູ້ການສ້າງ “ຄາລິສະຖານ” ທີ່ເປັນເໝືອນປະເທດຂອງສາສະໜາຊິກ, ເຄີຍຖືກອິນເດຍແຈ້ງນຳຈັບຍ້ອນຖືກສົງໄສກ່ຽວຂ້ອງກັບລັດທິກໍ່ການຮ້າຍ ແລະ ສັງຫານເຈົ້າໜ້າທີ່ລັດຖະບານ.

ຕໍ່ກັບເລື່ອງນີ້, ລັດຖະບານອິນເດຍອອກຖະແຫຼງການໃນວັນທີ 19 ກັນຍານີ້ ໂດຍຕຳໜິລັດຖະບານການາດາປ່ອຍປະຕໍ່ການເຄື່ອນໄຫວຂອງກຸ່ມຕໍ່ຕ້ານອິນເດຍ ພ້ອມທັງປະກາດຂັບໄລ່ເຈົ້າໜ້າທີ່ການທູດຂັ້ນສູງຂອງການາດາປະຈຳອິນເດຍຄົນໜຶ່ງ. ຮອດເວລານີ້, ການພົວພັນລະຫວ່າງສອງປະເທດໄດ້ຕົກເຂົ້າສູ່ລະດັບຕ່ຳສຸດແລ້ວ.

ເຖິງແມ່ນວ່ານາຍົກລັດຖະມົນຕີການາດາກ່າວໃນວັນທີ 19 ກັນຍານີ້ອີກວ່າ: ການາດາກ່າວຟ້ອງອິນເດຍກ່ຽວຂ້ອງກັບຄະດີສັງຫານບໍ່ແມ່ນເພື່ອເຮັດໃຫ້ອິນເດຍເກີດຄວາມໂມໂຫ, ພຽງແຕ່ຫວັງຢາກໃຫ້ອິນເດຍສາມາດແກ້ໄຂບັນຫານີ້ຢ່າງເໝາະສົມ. ແຕ່ອິນເດຍຈະຍອມຮັບຄຳອະທິບາຍດັ່ງກ່າວ ແລະ ຜ່ອນຄາຍການພົວພັນລະຫວ່າງສອງປະເທດຫຼືບໍ່ ຍັງເປັນບັນຫາທີ່ບໍ່ແນ່ນອນ.

ຖ້າເປັນແນວນີ້, ຂໍ້ຂັດແຍ້ງດ້ານການທູດດັ່ງກ່າວຈະສິ້ນສຸດລົງແບບໃດ?

ມີນັກວິເຄາະເຫັນວ່າ: ສອງປະເທດຕ່າງກໍມີສິ່ງຈູງໃຈ ແລະ ຄວາມກົດດັນໃນການຜ່ອນຄາຍການພົວພັນສອງຝ່າຍ. ແຕ່ວ່າ ຖ້າຢາກບັນລຸເປົ້າໝາຍດັ່ງກ່າວ, ສອງຝ່າຍລ້ວນແຕ່ຕ້ອງມີການປະນີປະນອມ ແລະ ການຜ່ອນສັ້ນຜ່ອນຍາວແກ່ກັນ. ຂໍ້ຂັດແຍ້ງດັ່ງກ່າວຈະໄປໃນທິດທາງໃດ, ໃນທີ່ສຸດກໍຈະຂຶ້ນກັບຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງຂອງຜູ້ນຳສອງປະເທດ. ແຕ່ກ່ອນແກ້ໄຂບັນຫາດັ່ງກ່າວ, ການພົວພັນສອງປະເທດຈະຕ້ອງປະເຊີນໜ້າກັບໄລຍະທີ່ປັ່ນປ່ວນ ແລະ ບໍ່ສະຫງົບ.