ພິທີເປີດຊຸດຝຶກອົບຮົມມາດຕະຖານດ້ານເຕັກນິກທາງລົດໄຟຈີນ-ລາວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

2023-09-22 15:16:33 cri

ພິທີເປີດຊຸດຝຶກອົບຮົມມາດຕະຖານດ້ານເຕັກນິກທາງລົດໄຟຈີນ-ລາວຊຸດທຳອິດ ໃນໂຄງການ “ອົບຮົມເຕັກນິກໃຫ້ແກ່ປະເທດພວມພັດທະນາ” ຂອງກະຊວງວິທະຍາສາດເຕັກໂນໂລຊີຈີນ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 21 ກັນຍານີ້.


ຊຸດຝຶກອົບຮົມຄັ້ງນີ້ເປັນໜຶ່ງໃນເນື້ອໃນຂອງໂຄງການຮ່ວມມືມາດຕະການດ້ານເຕັກນິກທາງລົດໄຟແຫ່ງຊາດລາວ ທີ່ຮຽບຮຽງໂດຍມະຫາວິທະຍາໄລຄົມມະນາຄົມພາກຕາເວັນຕົກສຽງໃຕ້ຂອງຈີນ ແລະ ກະຊວງອຸດສາຫະກຳການຄ້າ ແຫ່ງ ສປປ ລາວ. ສາສະດາຈານຝ່າຍຈີນຫຼາຍທ່ານໄດ້ອົບຮົມເນື້ອໃນທີ່ກ່ຽວຂ້ອງກັບເຕັກນິກທາງລົດໄຟ ພາຍໃຕ້ຫົວຂໍ້: “ເນື້ອໃນສັງເຂບພື້ນຖານດ້ານຄຸນນະພາບແຫ່ງຊາດ”, “ເນື້ອໃນສັງເຂບກ່ຽວກັບແບບມາດຕະຖານ”, “ສະພາບປັດຈຸບັນ ແລະ ທ່ວງທ່າການພັດທະນາຄົມມະນາຄົມມີລາງ”, “ສະພາບສັງເຂບກ່ຽວກັບທາງລົດໄຟ” ແລະ ອື່ນໆ.