ກອງປະຊຸມເວທີເປິກສາຫາລືການສົນທະນາດ້ານຍຸດທະສາດລະຫວ່າງຄັງປັນຍາຈີນ-ອາຊຽນຄັ້ງທີ 15 ຈັດຂຶ້ນຢູ່ນະຄອນນານນິງ

2023-09-22 15:18:20 cri

      ວັນທີ 21 ກັນຍານີ້, ກອງປະຊຸມເວທີເປິກສາຫາລືການສົນທະນາດ້ານຍຸດທະສາດລະຫວ່າງຄັງປັນຍາຈີນ-ອາຊຽນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ.

      ຫົວຂໍ້ຂອງເວທີເປິກສາຫາລືຄັ້ງນີ້ແມ່ນ “ອຸທິດສະຕິປັນຍາ,ຮ່ວມຊາຕາກຳ--ຮ່ວມມືກ້າວສູ່ຂະບວນການໃໝ່ຂອງ ‘ໜຶ່ງແລວໜຶ່ງເສັ້ນທາງ’”, ຜູ້ຊ່ຽວຊານແລະນັກວິຊາການຈາກຄັງປັນຍາ,ໂຮງຮຽນຊັ້ນສູງແລະສະຖານກົງສຸນຂອງປະເທດສະມາຊິກອາຊຽນປະຈຳນະຄອນນານນິງຂອງກຳປູເຈຍ,ລາວ,ມາເລເຊຍ,ມຽນມາ,ຟີລິບປິນ,ສິງກະໂປ,ໄທ,ຫວຽດນາມແລະອື່ນໆ,ອົງການແຫ່ງລັດ,ຫົວໜ່ວຍຄັງປັນຍາແລະໂຮງຮຽນຊັ້ນສູງຫຼາຍແຫ່ງກໍຄືຜູ້ຕາງໜ້າວິສາຫະກິດຂອງຈີນແລະອື່ນໆທັງໝົດ 300 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມແລະໄດ້ດຳເນີນການສົນທະນາ,ແບ່ງປັນສະຕິປັນຍາ,ບຸກເບີກການຮ່ວມມືແລະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍປິ່ນອ້ອມຫົວຂໍ້ຂອງເວທີເປິກສາຫາລືແລະວາລະກອງປະຊຸມຕ່າງໆ.

      ທ່ານ ຄັງລາສີ ແກ້ວບຸນພັນ ຮອງຫົວໜ້າສະຖາບັນເສດຖະກິດສັງຄົມແຫ່ງຊາດລາວໄດ້ກ່າວຄຳປາໄສໂດຍຊີ້ໃຫ້ເຫັນວ່າ: ຈີນແລະປະເທດສະມາຊິກອາຊຽນຕ້ອງເພີ່ມທະວີການຮ່ວມມືກັນ,ເພື່ອຊຸກຍູ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບ(RCEP)ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮອບດ້ານໂດຍຜ່ານການເປີດປະຕູທີ່ເປັນລະບົບ,ພ້ອມທັງສະແຫວງຫາຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍຜ່ານການພິຈາລະນາເຖິງລະດັບການພັດທະນາແລະຄວາມມຸ່ງຫວັງດ້ານການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນຢ່າງເຕັມທີ່,ພະຍາຍາມບັນລຸການຍົກລະດັບສັນຍາການຄ້າເສລີລະຫວ່າງຈີນ-ອາຊຽນຢ່າງມີປະສິດທິຜົນ.