ກະຊວງການຕ່າງປະເທດຈີນ: ເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຂອງຟີລິບປີນ ຢ່ານຳໃຊ້ຂໍ້ມູນເສກສັນປັ້ນແຕ່ງມາສ້າງລະຄອນຕະຫຼົກທາງການເມືອງ

2023-09-22 14:09:08 CRI

 

ກ່ຽວກັບເລື່ອງທີ່ລັດຖະບານຟີລິບປິນກ່າວວ່າຈີນໄດ້ທຳລາຍປະກາລັງຢູ່ເຂດທະເລຈີນໃຕ້ຂອງຟີລິບປິນ, ກຳລັງພິຈາລະນາຈະກ່າວຟ້ອງຕໍ່ສານສາກົນກ່ຽວກັບເລື່ອງນີ້, ທ່ານນາງໝາວ ນີງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 21 ກັນຍານີ້ວ່າ: ການກ່າວຫາທີ່ກ່ຽວຂ້ອງຂອງຟີລິບປິນເປັນການເສກສັນປັ້ນແຕ່ງ, ແລະບໍ່ມີຂໍ້ມູນອ້າງອີງໃດໆ.

 

ທ່ານນາງໝາວ ນີງກ່າວຕື່ມວ່າ: “ພວກເຮົາເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຂອງຟີລິບປິນ, ຢ່ານຳໃຊ້ຂໍ້ມູນເສກສັນປັ້ນແຕ່ງມາສ້າງລະຄອນຕະຫຼົກທາງການເມືອງ. ຖ້າວ່າຟີລິບປິນເອົາໃຈໃສ່ຕໍ່ສິ່ງແວດລ້ອມນິເວດຂອງທະເລຈີນໃຕ້ແທ້ໆ, ກໍຄວນກູ້ເອົາກຳປັ່ນຮົບທີ່ “ຈອດ” ຢູ່ເກາະເຢີນໄອ້ຢ່າງຜິດກົດໝາຍນັ້ນໂດຍໄວ, ຢຸດເຊົາການລະບາຍນ້ຳມົນລະພິດລົງສູ່ທະເລ, ປ້ອງກັນບໍ່ໃຫ້ກຳປັ່ນຮົບເຂົ້າໜ້ຽງຢ່າງຕໍ່ເນື່ອງເຮັດໃຫ້ທະເລໄດ້ຖືກທຳລາຍແລະບໍ່ສາມາດເອົາກັບຄືນມາໄດ້”