ກ່ອນງານມະຫະກຳກິລາເອຊຽນເກມຄັ້ງທີ 19 ຫາງໂຈ່ວໃກ້ຈະໄຂຂຶ້ນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາ ວຽກງານຢູ່ແຂວງເຈີ້ຈ່ຽງ ທາງພາກຕາເວັນອອກສຽງໃຕ້ຂອງຈີນ, ສ່ວນນະຄອນຫາງໂຈ່ວ ຕົວເມືອງເຈົ້າ ພາບຈັດງານເອຊຽນເກມຄັ້ງນີ້ ແມ່ນເທສະບານແຂວງເຈີ້ຈ່ຽງນັ້ນເອງ.
ຕອນເຊົ້າວັນທີ 20 ກັນຍານີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປນະຄອນຈິ່ນຮວາແຂວງເຈີ້ຈ່ຽງ ໂດຍໄດ້ຢ້ຽມຢາມບ້ານຫຼີຈູຖະໜົນໂຮ້ຈາຍເມືອງຢີ້ອູ່ ແລະ ສູນທຸລະກິດການຄ້າສາກົນຢີ້ອູ່. ຕອນບ່າຍມື້ດຽວກັນ, ເພິ່ນໄດ້ໄປເຖິງນະຄອນຊ້າວຊິ່ງໂດຍໄດ້ຢ້ຽມຢາມຫໍພິພິທະພັນ “ບົດຮຽນເຟິ່ງສຽວ” ແລະ ສວນວັດທະນະທຳຄອງນ້ຳເຈີ້ຕຸ່ງ.
ລະຫວ່າງເດືອນຕຸລາປີ 2002 ຫາເດືອນມີນາ ປີ2007, ທ່ານສີຈິ້ນຜິງເຄີຍເຮັດວຽກເປັນການນຳຢູ່ແຂວງເຈີ້ຈ່ຽງ, ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອ 2012 ເປັນຕົ້ນມາ, ເພິ່ນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງຫຼາຍເທື່ອ ພ້ອມທັງໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕ່າງໆ. ເມື່ອເວົ້າເຖິງສາຍຜູກພັນກັບເຈີ້ຈ່ຽງ, ເພິ່ນໄດ້ຫວນຄືນຫຼັງດ້ວຍຄວາມດູດດື່ມວ່າ: “ຂ້າພະເຈົ້າເຄີຍເຮັດວຽກຢູ່ເຈີ້ຈ່ຽງເປັນເວລາ 6 ປີ, ຮູ້ດີກັບພູຜາແມ່ນ້ຳ, ຕົ້ນໄມ້ໃບຫຍ້າ, ສະພາບການຕ່າງໆລວມເຖິງຮີດຄອງປະເພນີຢູ່ໃນແຫ່ງນີ້, ໄດ້ມີສ່ວນຮ່ວມ ແລະ ເປັນສັກຂີພິຍານໃຫ້ແກ່ການພັດທະນາຂອງທີ່ແຫ່ງນີ້”
ທຸກມື້ນີ້, ງານມະຫະກຳກິລາເອຊຽນເກມຫາງໂຈ່ວເຮັດໃຫ້ແຂວງເຈີ້ຈ່ຽງໄດ້ເປັນທີ່ປະຈັກຕໍ່ຊາວໂລກ. ຕໍ່ໄປພວກເຮົາຈະພາທ່ານໄປຮູ້ຈັກກັບແຂວງເຈີ້ຈ່ຽງໂດຍເລີ່ມຈາກສອງຄຳສັບຄື ດິຈີຕອນ ແລະ ສີຂຽວ.
ເສດຖະກິດດິຈີຕອນເປັນເອກະລັກໂດດເດັ່ນແຫ່ງການພັດທະນາເຈີ້ຈ່ຽງ
ເຈີ້ຈ່ຽງເປັນແຂວໜຶ່ງທີ່ນຳໜ້າກ່ອນໝູ່ໃນການພັດທະນາເສດຖະກິດດິຈີຕອນຢູ່ຈີນ, ປີ2003, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງ, ວ່າການແທນເຈົ້າແຂວງແຂວງເຈີ້ຈ່ຽງໃນເວລານັ້ນ ໃນເວລາຜ່ານບົດລາຍງານວຽກງານອົງການປົກຄອງແຂວງແມ່ນໄດ້ສະເໜີຍຸດທະສາດການກໍ່ສ້າງ “ເຈີ້ຈ່ຽງດິຈີຕອນ”.
ໃນໄລຍະເຮັດວຽກຢູ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ສ້າງ ແລະ ນຳພາການຈັດຕັ້ງປະຕິບັດ “ຍຸດທະສາດແປດແປດ” ຄືເສີມຂະຫຍາຍທ່າແຮງໃນ 8 ດ້ານຂອງແຂວງເຈີ້ຈ່ຽງ, ຊຸກຍູ້ການປະຕິບັດມາດຕະການ 8 ດ້ານຕື່ມອີກ ໂດຍໄດ້ເລັ່ງຊຸກຍູ້ການສ້າງສາແຂວງປະດິດສ້າງ ແລະ ແຂວງເຂັ້ມແຂງດ້ານວິທະຍາສາດເຕັກນິກ, ປະຕິບັດໂຄງການ “ກໍ່ສ້າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານມູນຄ່າ 10 ຕື້ຢວນ”.
ປີ 2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງ ໂດຍໄດ້ຊີ້ທິດເຍືອງທາງໃຫ້ກັບການພັດທະນາເສດຖະກິດດິຈີຕອນຢູ່ແຂວງເຈີ້ຈ່ຽງອີກຄັ້ງ. ເພິ່ນກ່າວເນັ້ນໜັກວ່າ: ຕ້ອງກຳກາລະໂອກາດແຫ່ງການຫັນເປັນດິຈີຕອນດ້ານອຸດສາຫະກຳ ແລະ ຫັນດິຈີຕອນເປັນອຸດສາຫະກຳ, ເລັ່ງກໍ່ສ້າງພື້ນຖານໂຄງລ່າງແບບໃໝ່ເຊັ່ນເຄືອຂ່າຍ5G, ສູນຂໍ້ມູນເປັນຕົ້ນ, ເລັ່ງລັດວາງແຜນພັດທະນາອຸດສາຫະກຳພັດທະນາໃໝ່, ອຸດສາຫະກຳໃນອະນາຄົດທີ່ມີລັກສະນະຍຸດທະສາດ ເປັນຕົ້ນແມ່ນເສດຖະກິດດິຈີຕອນ, ຊີວິດ ແລະ ສຸຂະພາບ, ວັດສະດຸໃໝ່ ແລະອື່ນໆ.
ຜ່ານຈາກຄວາມພະຍາຍາມມາຫຼາຍປີ, ການພັດທະນາເສດຖະກິດດິຈີຕອນຂອງເຈີ້ຈ່ຽງໄດ້ຮັບຜົນງານອັນພົ້ນເດັ່ນຄື ປີ 2022, ມູນຄ່າເພີ່ມຂອງອຸດສາຫະກຳສຳຄັນດ້ານເສດຖະກິດດິຈີຕອນຂອງແຂວງເຈີ້ຈ່ຽງໄດ້ບັນລຸເຖິງ 897 ຕື້ 700 ລ້ານຢວນ, ດັດຊະນີການຫັນເປັນດິຈີຕອນດ້ານອຸດສາຫະກຳໄດ້ຄອງອັນດັບໜຶ່ງໃນທົ່ວປະເທດຈີນເປັນ 3 ປີຕິດຕໍ່ກັນ.
ປີ2020, ໃນເລລາສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ເດີນທາງໄປສູນດິຈີຕອນ “ສະໝອງຕົວເມືອງ” ຫາງໂຈ່ວ ເຊິ່ງເປັນສູນຄຸ້ມຄອງສັງຄົມດ້ວຍເຕັກນິກດິຈີຕອນ ໂດຍໄດ້ຊົມການສະແດງນຳໃຊ້ເຕັກນິກດິຈີຕອນ ເພື່ອແກ້ໄຂບັນຫາຄວາມແອອັດຕາມຖະໜົນ ແລະ ຄຸ້ມຄອງຕົວເມືອງເປັນຕົ້ນ. ທ່ານສີຈິ້ນຜິງກ່າວວ່າ: ລະບົບດິຈີຕອນ “ສະໝອງຕົວເມືອງ” ເປັນມາດຕະການສຳຄັນໃນການກໍ່ສ້າງ “ຫາງໂຈ່ວດິຈີຕອນ”, ຜ່ານຈາກຖານຂໍ້ມູນໃຫຍ່, cloud computing ປັນຍາປະດິດ ແລະ ວິທີການອື່ນໆເພື່ອຊຸກຍູ້ການຄຸ້ມຄອງຕົວເມືອງໃຫ້ຫັນເປັນທັນສະໄໝ, ຕົວເມືອງໃຫຍ່ກໍຈະສາມາດ “ສະຫຼາດ” ຂຶ້ນຕື່ມ.
ລະບົບຕິຈີຕອນ "ສະໝອງຕົວເມືອງ" ຢູ່ນະຄອນຫາງໂຈ່ວຊ່ວຍໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈອດລົດແບບອັດສະລິຍະ
ຊຸມປີຜ່ານມານີ້, ນະຄອນຫາງໂຈ່ວໄດ້ຊຸກຍູ້ການປັບປຸງລະບົບດິຈີຕອນ “ສະໝອງຕົວເມືອງ” ໃຫ້ມີລະດັບກ້າວໜ້າທັນສະໄໝສູງຂຶ້ນ ໂດຍສຸມໃສ່ແກ້ໄຂບັນຫາເລັກນ້ອຍທີ່ສຳຄັນໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: ໂຮງໝໍຕ່າງໆສາມາດແບ່ງປັນຂໍ້ມູນ ແລະ ຮັບຮອງຜົນກວດພະຍາດຂອງກັນແລະກັນ, ການໃຫ້ບໍລິການແບບປະຕູດຽວກ່ຽວກັບການໂອນກຳມະສິດອະສັງຫາລິມະຊັບ ພ້ອມດ້ວຍລະບົບຈ່າຍຄ່າໄຟຟ້າ, ນ້ຳ, ແກັສທຳມະຊາດໃນເວລາດຳເນີນຂັ້ນຕອນການຊື້ເຮືອນ ເປັນຕົ້ນ.
ໃນງານມະຫະກຳກິລາເອຊຽນເກມຫາງໂຈ່ວຄັ້ງນີ້ ກໍໄດ້ໂຮມສູນສະແດງໃຫ້ເຫັນເຕັກນິກດິຈີຕອນຫຼາຍຢ່າງ ເຊັ່ນ: ຫຼາຍກວ່າ 100 ລ້ານຄົນໄດ້ເປັນ “ນັກສົ່ງຕໍ່ທວນໄຟດິຈີຕອນ” ໂດຍເຂົ້າຮ່ວມກິດຈະກຳສົ່ງຕໍ່ທວນໄຟຜ່ານທາງອ໋ອນລາຍ. ງານມະຫາະກຳກິລາເອຊຽນເກມຫາງໂຈ່ວຈະກາຍເປັນ “ງານເອຊຽນເກມcloud ” ຄັ້ງທຳອິດໃນປະຫວັດສາດໂດຍສາມາດບັນລຸເປົ້າໝາຍທີ່ລະບົບສຳຄັນຕົ້ນຕໍຂອງງານເອຊຽນເກມເຂົ້າເຖິງເຕັກນິກcloud computing 100% ເປັນຄັ້ງທຳອິດຄື ນຳໃຊ້ເຕັກນິກ cloud computing ເຂົ້າແທນສູນຂໍ້ມູນແບບດັ້ງເດີມເພື່ອຄ້ຳຊູການຈັດຕັ້ງ ແລະການດຳເນີນງານຂອງເອຊຽນເກມຢ່າງຮອບດ້ານ.
ເຮັດໃຫ້ສີຂຽວກາຍເປັນສີສັນທີ່ສວຍງາມທີ່ສຸດຂອງການພັດທະນາເຈີ້ຈ່ຽງ
ວັນທີ 15 ສິງຫາ 2005, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານຢວີຊຸ່ນ ພ້ອມທັງໄດ້ສະເໜີ ແນວຄິດວິທະຍາສາດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເປັນຄັ້ງທຳອິດ ເຊິ່ງໄດ້ຊີ້ທິດເຍືອງທາງຢ່າງຈະແຈ້ງໃຫ້ກັບບ້ານຢວີຊຸ່ນເພື່ອຫັນຮູບການພັດທະນາແບບຢູ່ໃກ້ພູ, ຫາກິນຕາມພູໄປສູ່ການປົກປັກຮັກສາພູໃຫ້ເປັນພູຂຽວທີ່ອຸດົມສົມບູນ.
ເດືອນມີນາ 2020, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມບ້ານຢວີຊຸ່ນອີກຄັ້ງໜຶ່ງ. ເມື່ອໄດ້ເຫັນຢວີຊຸ່ນກາຍເປັນບ້ານຊົນນະບົດທີ່ສວຍງາມ, ມີພູຜາຂຽວງາມ, ນັກທ່ອງທ່ຽວມາທ່ຽວຊົມຢ່າງຫຼວງຫຼາຍ, ທ່ານສີຈິ້ນຜິງດີໃຈຫຼາຍ, ເພິ່ນເວົ້າວ່າ: “ການພັດທະນາແບບສີຂຽວເປັນເສັ້ນທາງທີ່ຖືກຕ້ອງ, ເມື່ອເລືອກເສັ້ນທາງການພັດທະນາໃຫ້ຖືກແລ້ວກໍຕ້ອງຍຶດໝັ້ນກ້າວເດີນຕໍ່ໄປ”.
ເດືອນກໍລະກົດປີ 2003, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ສະເໜີ “ຍຸດທະສາດແປດແປດ” ໃນກອງປະຊຸມຄົບຄະນະເທື່ອທີ 4 ສະໄໝທີ 11 ຂອງຄະນະກຳມະການພັກແຂວງເຈີ້ຈ່ຽງໂດຍເນັ້ນໜັກໃຫ້ເສີມຂະຫຍາຍທ່າແຮງດ້ານສິ່ງແວດລ້ອມນິເວດຂອງເຈີ້ຈ່ຽງຕື່ມອີກ, ສ້າງເຈີ້ຈ່ຽງໃຫ້ເປັນແຂວງນິເວດ, ສ້າງ “ເຈີ້ຈ່ຽງສີຂຽວ”. ຫຼັງຈາກນັ້ນເດືອນປາຍ, ນະຄອນຫາງໂຈ່ວໄດ້ປະຕິບັດໂຄງການອະນຸລັກດິນບໍລິເວນນ້ຳຊີ່ຊີ່ແບບສັງລວມຢ່າງເປັນທາງການ.
ບ້ານຢວີຊຸ່ນໃນທຸກມື້ນີ້
ວັນທີ 31 ມີນາ 2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຊີ່ຊີ່. ເພິ່ນໄດ້ເນັ້ນໜັກເປັນພິເສດກ່ຽວກັບ “4 ບໍ່ໃຫ້” ຄື: ການພັດທະນາການທ່ອງທ່ຽວບໍ່ໃຫ້ທຳລາຍສິ່ງແວດລ້ອມນິເວດ, ບໍ່ໃຫ້ພັດທະນາທຸລະກິດເກີນໄປ, ບໍ່ໃຫ້ສ້າງສິ່ງກໍ່ສ້າງທີ່ກະທົບເຖິງສິ່ງແວດລ້ອມນິເວດ, ຍິ່ງບໍ່ໃຫ້ສ້າງສະໂມສອນເອກະຊົນ ເພື່ອເຮັດໃຫ້ສວນສາທາລະນະກາຍເປັນພື້ນທີ່ສີຂຽວໃຫ້ປະຊາຊົນໄດ້ຊົມໃຊ້ຮ່ວມກັນ.
ສີຂຽວຄືສີສັນພື້ນຖານແຫ່ງການພັດທະນາດ້ວຍຄຸນນະພາບສູງ. ປີ2020, ໃນເວລາເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ຊີ້ນຳວ່າ: ຕ້ອງປະຕິບັດແນວຄິດການພັດທະນາຕາມຫຼັກ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ຊຸກຍູ້ການສ້າງສາຄວາມສິວິໄລດ້ານນິເວດຂອງເຈີ້ຈ່ຽງໃຫ້ຂຶ້ນສູ່ລະດັບໃໝ່, ພັດທະນາພູຂຽວນ້ຳໃສໃຫ້ສວຍງາມກວ່າເກົ່າ, ເສີມຂະຫຍາຍ "ພູເງິນພູຄຳ" ໃຫ້ເຕີບໃຫຍ່ຂຶ້ນ, ເຮັດໃຫ້ສີຂຽວກາຍເປັນສີສັນທີ່ສວຍງາມທີ່ສຸດຂອງການພັດທະນາເຈີ້ຈ່ຽງ.
ຫຼາຍປີຜ່ານມານີ້, ເຈີ້ຈ່ຽງໄດ້ຕັ້ງໜ້າຄົ້ນຄວ້າຊ່ອງທາງແຫ່ງການຫັນພູຂຽວນ້ຳໃສເປັນພູເງິນພູຄຳ. ປັດຈຸບັນ, ເຈີ້ຈ່ຽງໄດ້ບຳລຸງສ້າງຫົວໜ່ວຍທຸລະກິດການທ່ອງທ່ຽວຕາມວິຖີຊົນນະບົດ 22.900 ແຫ່ງ, ສ້າງເມືອງຈຸດສຸມການທ່ອງທ່ຽວກະສິກຳລະດັບຊາດ 5 ແຫ່ງ, ບ້ານຊະນະບົດສວຍງາມສຳລັບການທ່ອງທ່ຽວຈີນ 82 ແຫ່ງໃຫ້ສຳເລັດ. ປີ2022, ຂະແໜງການທ່ອງທ່ຽວກະສິກຳທົ່ວແຂວງເຈີ້ຈ່ຽງໄດ້ຕ້ອນຮັບນັກທ່ອງທ່ຽວ 322 ລ້ານເທື່ອຄົນ, ສ້າງລາຍໄດ້ບັນລຸເຖິງ 38 ຕື້ 937 ລ້ານຢວນ.
ທຸກມື້ນີ້, ສີຂຽວກຳລັງກາຍເປັນສີສັນທີ່ສວຍງາມທີ່ສຸດຂອງການພັດທະນາເຈີ້ຈ່ຽງ
ສ່ວນສີຂຽວກໍແມ່ນໜຶ່ງໃນແນວຄວາມຄິດແຫ່ງການຈັດງານມະຫາກຳກິລາເອຊຽນເກມຫາງໂຈ່ວຄັ້ງນີ້ເຊັ່ນກັນ. ຢູ່ຫໍກິລາລອຍນ້ຳຂອງສູນກິລາໂອລິມປິກຫາງໂຈ່ວ, ລະບົບນຳແສງອັດສະລິຍະໄດ້ຜ່ານຈາກທໍ່ນຳແສງເທິງຫຼັງຄາຈຳນວນ 210 ທໍ່ນຳເອົາແສງນອກອາຄານເຂົ້າສູ່ພາຍໃນສະໜາມກິລາ, ແຕ່ລະປີສາມາດປະຢັດໄຟຟ້າໄດ້ປະມານ 100.000 ກິໂລວັດໂມງ. ປັດຈຸບັນ, ສະໜາມກິລາ ແລະ ສິ່ງກໍ່ສ້າງ 65 ແຫ່ງທີ່ຮັບໃຊ້ງານມະຫາກຳກິລາເອຊຽນເກມຫາງໂຈ່ວແມ່ນນຳໃຊ້ພະລັງງານໄຟຟ້າສີຂຽວ 100%.