ທ່ານສີຈິ້ນຜິງພົບປະກັບທ່ານບາຊາຣ ອັນ ອາຊັດ ປະທານາທິບໍດີຊີຣີ

2023-09-23 09:43:15 CRI



ຕອນບ່າຍວັນທີ 22 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານບາຊາຣ ອັນ ອາຊັດ ປະທານາທິບໍດີຊີຣີທີ່ເດີນທາງມາຈີນເພື່ອເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຄັ້ງທີ19ຢູ່ຫໍຮັບແຂກເມືອງຊີ່ຫູນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ. ປະມຸກລັດສອງປະເທດໄດ້ຮ່ວມກັນປະກາດສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ຊີຣີ.



ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງຊີ້ອອກວ່າ: ຊີຣີເປັນໜຶ່ງໃນບັນດາປະເທດອາຣັບທີ່ໄດ້ສ້າງສາຍພົວພັນທາງການທູດກັບສປຈີນກ່ອນໝູ່, ທັງເປັນໜຶ່ງໃນບັນດາປະເທດທີ່ຍື່ນຍັດຕິວ່າດ້ວຍການຟື້ນຟູຖານະທີ່ຖືກຕ້ອງຕາມກົດໝາຍຂອງສປຈີນຢູ່ໃນອົງການສະຫະປະຊາຊາດໃນແຕ່ກ່ອນ.ຕະຫຼອດໄລຍະ67ປີຫຼັງຈາກການສ້າງສາຍພົວພັນທາງການທູດນຳກັນມານີ້,ສາຍພົວພັນຈີນ-ຊີຣີໄດ້ຜ່ານຜ່າການທົດສອບຈາກການຜັນແປຢ່າງສັບສົນຂອງສະພາບສາກົນ,ມິດຕະພາບລະຫວ່າງສອງປະເທດມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ຈີນ-ຊີຣີສ້າງສາຍພົວພັນຄູ່ຮ່ວມຍຸດທະສາດ ເຊິ່ງຈະກາຍເປັນຂີດໝາຍສຳຄັນແຫ່ງການສືບທອດພາລະກິດຂອງຄົນຮຸ່ນກ່ອນແລະບຸກເບີກເສັ້ນທາງໃໝ່ເພື່ອອະນາຄົດໃນປະຫວັດສາດການພົວພັນສອງປະເທດ. ຈີນຍິນດີຮ່ວມກັບຊີຣີເສີມຂະຫຍາຍການພົວພັນລະຫວ່າງສອງປະເທດໃຫ້ມີເນື້ອໃນອຸດົມສົມບູນຂຶ້ນເລື້ອຍໆ,ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ຊີຣີໃຫ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

 

ທ່ານບາຊາຣກ່າວວ່າ:  "ທ່ານປະທານສີຈິ້ນຜິງທີ່ເຄົາລົບນັບຖື, ຂໍຂອບໃຈເປັນຢ່າງສູງທີ່ທ່ານເຊື້ອເຊີນຂ້າພະເຈົ້າມາຢ້ຽມຢາມຈີນ, ຂ້າພະເຈົ້າຫວັງວ່າ ການພົບປະກັນຂອງພວກເຮົາໃນມື້ນີ້ຈະສາມາດບັນລຸຄວາມເປັນເອກະພາບກັນກ່ຽວກັບການຮ່ວມມືຍຸດທະສາດຢ່າງກວ້າງຂວາງແລະຍາວນານໃນຂົງເຂດຕ່າງໆ ເພື່ອສ້າງຂົວຕໍ່ແຫ່ງການຮ່ວມມືອັນໃໝ່. ຂ້າພະເຈົ້າຕ້ອງຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານກໍຄືລັດຖະບານຈີນ, ຂໍຂອບໃຈທຸກສິ່ງຢ່າງທີ່ພວກທ່ານໄດ້ເຮັດເພື່ອສະໜັບສະໜູນປະຊາຊົນຊີຣີ, ສະໜັບສະໜູນພາລະກິດທີ່ເປັນທຳຂອງປະຊາຊົນຊີຣີແລະຊ່ວຍເຫຼືອປະຊາຊົນຊີຣີຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ.”