ທ່ານສີຈິ້ນຜິງ ແລະທ່ານນາງເຜີງລີ້ຢວນຈັດງານລ້ຽງຮັບຮອງຢ່າງສົມກຽດໃຫ້ແກ່ແຂກຜູ້ມີກຽດສາກົນທີ່ເຂົ້າຮ່ວມພິທີເປີດງານກິລາເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ

2023-09-23 15:00:17 CRI

ຕອນທ່ຽງວັນທີ 23 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍພັນລະຍາ ທ່ານນາງເຜີງລີ້ຢວນໄດ້ຈັດງານລ້ຽງຢູ່ນະຄອນຫາງໂຈ່ນແຂວງເຈີ້ຈ່ຽງຈີນ, ເພື່ອຕ້ອນຮັບ ແຂກຜູ້ມີກຽດສາກົນທີ່ເດີນທາງໄປຈີນເພື່ອເຂົ້າຮ່ວມພິທີເປີດງານກິລາເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ.

 

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສ ໂດຍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ ສະແດງຄວາມຍິນດີຕ້ອນຮັບຢ່າງສຸດໃຈຕໍ່ ແຂກຜູ້ມີກຽດສາກົນທີ່ເດີນທາງໄປເຂົ້າຮ່ວມພິທີເປີດງານກິລາເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ພວກເຮົາຍິນດີຮ່ວມກັບຄະນະກຳມະການໂອລິມປິກອາຊີ, ຄະນະຜູ້ແທນປະເທດຕ່າງໆ ແລະ ເຂດແຄວ້ນຕ່າງໆ ສຸມຄວາມພະຍາຍາມຮ່ວມກັນ, ຈັດງານມະຫາກຳກິລາຄັ້ງໜຶ່ງທີ່ “ມີເອກະລັກພິເສດຂອງຈີນ, ມີສີສັນຂອງອາຊີ,  ໜ້າຊົມແລະປະທັບໃຈ”ໃຫ້ກັບຊາວໂລກ, ປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາກິລາໂອລິປິກຂອງອາຊີ ກໍຄືຂອງໂລກ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ງານເອຊຽນເກມໄດ້ບັນຈຸຄວາມປາດຖະໜາອັນດີງາມຂອງປະຊາຊົນອາຊີທີ່ມີຕໍ່ສັນຕິພາບ, ຄວາມສາມັກຄີ ແລະ ຄວາມກວມລວມ. ໃນຫຼາຍສິບປີຜ່ານມານີ້, ພາກພື້ນອາຊີໄດ້ຮັກສາສະຖຽນລະພາບໂດຍລວມ, ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ແລະ ວ່ອງໄວ, ໄດ້ສ້າງສິ່ງມະຫັດສະຈັນທີ່ “ມີສະພາບດີງາມເປັນພິເສດ”. ໃນຖານະເປັນປະຊາຄົມຮ່ວມຊາຕາກຳທີ່ມີພູຜາທະເລຕິດຈອດກັນ, ແລະວັດທະນະທຳສະໜິດສະໜົມກັນ, ພວກເຮົາຄວນງຊຸກຍູ້ສັນຕິພາບດ້ວຍກິລາ, ຍຶດໝັ້ນເປັນມິດກັບປະເທດບ້ານໃກ້ເຮືອນຄຽງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິເສດແນວຄິດສົງຄາມເຢັນ ແລະ ເປັນປໍລະປັກກັນລະຫວ່າງຝ່າຍ, ສ້າງອາຊີເປັນສິ່ງຮັກສາຄວາມໝັ້ນທ່ຽງຂອງສັນຕິພາບໂລກ. ພວກເຮົາຄວນຊຸກຍູ້ຄວາມສາມັກຄີດ້ວຍກິລາ, ກຳແໜ້ນໂອກາດຄັ້ງປະຫວັດສາດ, ຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍ, ປະຕິບັດຕາມຄຳຂວັນຂອງສະພາໂອລິມປິກອາຊີ ຄື “ກ້າວເດີນໄປໜ້າຢ່າງຖາວອນ”, ເດີນຕາມເສັ້ນທາງອາຊີທີ່ຮ່ວມກັນພັດທະນາ ເປີດປະຕູ ແລະ ເຊື່ອມໂຍງເຊື່ອມຈອດກັນຢ່າງກວ້າງຂວາງກວ່າເກົ່າ. ພວກເຮົາຕ້ອງຊຸກຍູ້ຄວາມກວມລວມດ້ວຍກິລາ, ເພີ່ມຄວາມໝັ້ນໃຈຕົນເອງດ້ານອະລິຍະທຳ, ຍຶດໝັ້ນການແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ, ສືບຕໍ່ສ້າງຄວາມຈະເລີນຮຸ່ງເຮືອງອັນໃໝ່ຂອງອະລິຍະທຳອາຊີ.