ທ່ານສີຈິ້ນຜິງຕ້ອນຮັບທ່ານໂທມັສ ບາກ ປະທານຄະນະກຳມະການໂອລິມປິກສາກົນ

2023-09-23 09:33:33 CRI



ຕອນບ່າຍວັນທີ 22 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂທມັສ ບາກ ປະທານຄະນະກຳມະການໂອລິມປິກສາກົນທີ່ເດີນທາງມາຈີນເພື່ອເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຄັ້ງທີ19ຢູ່ຫໍຮັບແຂກເມືອງຊີ່ຫູນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ.



ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນເວລາໃດກໍໃຫ້ຄວາມສຳຄັນຕໍ່ການພັດທະນາພາລະກິດກິລາ, ຕັ້ງໜ້າເຂົ້າຮ່ວມວຽກງານໂອລິມປິກສາກົນ, ປະຕິບັດຕົວຈິງຕາມຄຳຂວັນໂອລິມປິກທີ່ວ່າ “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີຫຼາຍກວ່າເກົ່າ”. ຈີນຈະບໍ່ຢຸດຈຶ້ງບາດກ້າວເດີນໃນການຖ່າຍທອດນ້ຳໃຈໂອລິມປິກຕະຫຼອດໄປ, ຍິນດີຮ່ວມກັບຄະນະກຳມະການໂອລິມປິກສາກົນເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດໂອລິມປິກແລະການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.