ທ່ານສີຈິ້ນຜິງຕ້ອນຮັບນາຍົກລັດຖະມົນຕີຕີມໍເລັສເຕ

2023-09-23 14:54:59 CRI


ຕອນເຊົ້າວັນທີ 23 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຊານານາ ກຸສມາວ ນາຍົກລັດຖະມົນຕີຕີມໍເລັສເຕທີ່ເດີນທາງໄປເຂົ້າຮ່ວມພິທີເປີດງານກິລາເອຊຽນເກມຄັ້ງທີ 19 ຢູ່ທີ່ນະຄອນຫາງໂຈ່ຂອງຈີນ. ຜູ້ນຳສອງປະເທດໄດ້ຮ່ວມກັນປະກາດ ຍົກລະດັບສາຍພົວພັນຈີນ-ຕີມໍເລັສເຕຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການສະໜັບສະໜູນຜົນປະໂຫຍດແກນກາງ ແລະ ບັນຫາທີ່ສົນໃຈ ຂອງກັນຢ່າງເດັດດ່ຽວ ແລະ ສະເໝີຕົ້ນສະເໝີປາຍນັ້ນແມ່ນພື້ນຖານການເມືອງອັນສຳຄັນທີ່ຈີນ ແລະ ຕີມໍເລັສເຕຍົກລະດັບສາຍພົວພັນລະຫວ່າງສອງປະເທດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມ, ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ, ເພີ່ມທະວີການປະສານງານໃນສາກົນ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງສອງປະເທດ ກໍຄືປະເທດພວມພັດທະນາ. ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືໃນ 4 ຂົງເຂດສຳຄັນ ຄື: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ລົງເລິກການພັດທະນາອຸດສາຫະກຳໃຫ້ຈະເລີນຮຸ່ງເຮືອງຂຶ້ນ, ການກໍ່ສ້າງພື້ນຖານໂຄງລ່າງ, ຄວາມເປັນເຈົ້າຕົນເອງດ້ານສະບຽງອາຫານ, ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຈີນສະໜັບສະໜູນຕີຕີມໍເລັສເຕເຊື່ອມໂຍງເຂົ້າໃນສະພາບການພັດທະນາຂອງພາກພື້ນເປັນຢ່າງດີກວ່າເກົ່າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

ທ່ານຊານານາກ່າວວ່າ, ຂໍ້ລິເລີ່ມທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີໂດຍທ່ານສີຈິ້ນຜິງ, ໄດ້ຕອບສະໜອງຕາມຄວາມຕ້ອງການຂອງບັນດາປະເທດທີ່ມີຕໍ່ການກໍ່ສ້າງພື້ນຖານໂຄງລ່າງ, ຕີມໍເລັສເຕເດັດດ່ຽວສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ. ຕີມໍເລັສເຕປະຕິບັດຕາມນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ, ສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ , ກໍຄືຂໍ້ລິເລີ່ມ ແນວຄິດ, ນະໂຍບາຍ ແລະ ຈຸດຢືນອື່ນໆທີ່ສະເໜີໂດຍທ່ານສີຈິ້ນຜິງ, ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ຕີມໍເລັສເຕ, ຊ່ວຍຊຸກຍູ້ການສ້າງສາປະເທດຕີມໍເລັສເຕ, ຕີມໍເລັສເຕຫວັງຢາກເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດພື້ນຖານໂຄງລ່າງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາຊັບພະຍາກອນ, ສາທາລະນະສຸກ ແລະອື່ນໆ, ຊຸກຍູ້ໃຫ້ສາຍພົວພັນສອງຝ່າຍຂຶ້ນສູ່ລະດັບໃໝ່ແຫ່ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ.