ຄະນະກຳມະການສົ່ງເສີມການຄ້າຈີນອອກຖະແຫຼງການວ່າ: ຈະປົກປັກຮັກສາກົນໄກການຄ້າຫຼາຍຝ່າຍ ປັບປຸງສະພາບແວດລ້ອມດ້ານການພັດທະນາຂອງວິສາຫະກິດໃຫ້ດີຂຶ້ນ

2023-09-23 12:00:23 cri

ໃນກອງປະຊຸມບໍລິຫານອຸດສາຫະກຳການຄ້າດ້ວຍກົດໝາຍທົ່ວໂລກປີ 2023 ທີ່ຈັດຂຶ້ນໃນວັນທີ 22 ກັນຍານີ້, ຜູ້ແທນຄະນະກຳມະການສົ່ງເສີມການຄ້າຈີນກັບວົງການອຸດສາຫະກຳ ການຄ້າ ແລະວົງການກົດໝາຍໄດ້ຮ່ວມກັນອອກ “ຖະແຫຼງການປັກກິ່ງຂອງກອງປະຊຸມບໍລິຫານອຸດສາຫະກຳ ການຄ້າດ້ວຍກົດໝາຍທົ່ວໂລກ”.

 

ເນື້ອໃນຖະແຫຼງການຕົ້ນຕໍລວມມີ: ການປົກປັກຮັກສາກົນໄກການຄ້າຫຼາຍຝ່າຍ, ຊຸກຍູ້ການປະຕິຮູບການບໍລິຫານທົ່ວໂລກ, ການປັບປຸງບົດບາດຮັບປະກັນຂອງການບໍລິຫານດ້ວຍກົດໝາຍໃຫ້ເຂັ້ມແຂງ, ກະຕຸ້ນພະລັງຊີວິດຊີວາດ້ານການປະດິດສ້າງໃໝ່ຂອງວິສາຫະກິດ, ການລົງເລິກການແລກປ່ຽນດ້ານການບໍລິຫານດ້ວຍກົດໝາຍໃນສາກົນ, ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳການຄ້າໃນຂອບເຂດທົ່ວໂລກ, ການປັບປຸງກົດລະບຽບເສດຖະກິດການຄ້າສາກົນໃຫ້ສົມບູນຂຶ້ນ, ປັບປຸງສະພາບແວດລ້ອມດ້ານການພັດທະນາຂອງວິສາຫະກິດໃຫ້ດີຂຶ້ນ, ການເຕົ້າໂຮມກຳລັງແຮງສັງລວມຂອງຝ່າຍຕ່າງໆໃນທົ່ວໂລກ, ຊ່ວຍຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງໂລກ.

 

ຜູ້ແທນທີ່ຮ່ວມກອງປະຊຸມເຫັນວ່າ: ກົດໝາຍສາກົນແມ່ນພາສາຮ່ວມກັນໃນການຮ່ວມມືລະຫວ່າງປະເທດຕ່າງໆ, ການບໍລິຫານດ້ວຍກົດໝາຍໃນລະດັບສາກົນໄດ້ຮຽກຮ້ອງໃຫ້ເຄົາລົບແລະປະຕິບັດຕາມກົດລະບຽບແລະຫຼັກການຂອງກົດໝາຍສາກົນໃນປັດຈຸບັນ, ຄວນກຳນົດກົດລະບຽບແລະຫຼັກການໃໝ່ເພື່ອຮັບມືກັບສິ່ງທ້າທາຍໃໝ່, ຮຽກຮ້ອງໃຫ້ລັດຖະບານຂອງປະເທດສະມາຊິກຈົ່ງຫຼີກເວັ້ນໃຊ້ມາດຕະການພຽງລຳພັງແຕ່ຝ່າຍດຽວ, ພະຍາຍາມແກ້ໄຂບັນຫາພາຍໃຕ້ລະບົບກົດໝາຍຂອງອົງການການຄ້າໂລກ, ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈແລະຄວາມໝັ້ນໃຈຂອງຄົນທັງຫຼາຍທີ່ມີຕໍ່ລະບົບຫຼາຍຝ່າຍ.