ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງເຂດອາຣັບ

2023-09-24 11:40:48 cri


ລະຫວ່າງວັນທີ 21 ຫາ 24 ກັນຍາ 2023, ງານວາງສະແດງສິນຄ້າຈີນ-ປະເທດອາຣັບຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຢິນຊວນເຂດປົກຄອງຕົນເອງເຜົ່າຫຸຍນິງເຊ້ຍ, ງານວາງສະແດງສິນຄ້າຄັ້ງນີ້ໄດ້ເນັ້ນຫົວຂໍ້ “ຮ່ວມມືກັນໃນຍຸກໃໝ່, ຊີງໂອກາດໃໝ່ ແລະ ຊົມໃຊ້ອະນາຄົດຮ່ວມກັນ”, ສຸມໃສ່ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ອຸດສາຫະກຳທີ່ມີເອກະລັກພິເສດ, ສີຂຽວ-ກາກບອນຕ່ຳ, ສຸຂະພາບ ແລະ ການປິ່ນປົວພະຍາດ, ເສດຖະກິດດີຈີຕອນ ແລະ ຂົງເຂດອື່ນໆ.

ປະເທດອາຣັບແມ່ນຜູ້ສ້າງ ແລະ ຜູ້ມີສ່ວນຮ່ວມທີ່ສຳຄັນຂອງອະລິຍະທຳເສັ້ນທາງສາຍໃໝໃນປະຫວັດສາດ, ທັງເປັນຄູ່ຮ່ວມມືທຳມະຊາດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ປະເທດຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງເຂດອາຣັບ, ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດອາຣັບຈາກ 222,4 ຕື້ໂດລາໃນປີ 2012 ເພີ່ມຂຶ້ນເປັນ 431,4 ຕື້ໂດລາເມື່ອປີ 2022 ເຊິ່ງເພີ່ມຂຶ້ນປະມານໜຶ່ງເທົ່າໃນໄລຍະ 10 ປີຜ່ານມາ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການຄ້າລະຫວ່າງຈີນກັບປະເທດອາຣັບໄດ້ບັນລຸເຖິງ 199,9 ຕື້ໂດລາ. ໃນຂະນະດຽວກັນນັ້ນ, ການລົງທຶນຕໍ່ກັນລະຫວ່າງຈີນກັບປະເທດອາຣັບກໍ່ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ປີ 2022, ຈີນລົງທຶນຢູ່ປະເທດອາຣັບໂດຍກົງໄດ້ເພີ່ມຂຶ້ນ 2,62 ຕື້ໂດລາ ຫຼື 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021; ປະເທດອາຣັບລົງທຶນຢູ່ຈີນໄດ້ເພີ່ມຂຶ້ນ 1,05 ຕື້ໂດລາ, ໄດ້ເພີ່ມຂຶ້ນປະມານ 9 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ນັບມາຮອດທ້າຍປີ 2022, ທຶນໃນສັນຍາທີ່ວິສາຫະກິດຈີນເຊັນກັບປະເທດອາຣັບມີຫຼາຍກວ່າ 510 ຕື້ໂດາລາ, ໄດ້ສ້າວລາຍຮັບໃນການທຸລະກິດຫຼາຍກວ່າ 410 ຕື້ໂດລາ.