ງານເອຊຽນເກມຫາງໂຈ່ວສ່ອງແສງໃຫ້ເຫັນເຖິງທັດສະນະຄະຕິສີຊຽວ ແລະ ແບບຍືນຍົງ

2023-09-25 14:17:49 CRI

 

    ງານມະຫາກໍາກິລາເອຊຽນເກມຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈິ້ຈ່ຽງຈີນໃນຕອນຄໍ່າວັນທີ 23 ກັນຍານີ້. ໃນສາຍຕາຂອງທ່ານຈິນດາວົງ ໄຊຍະສິນ ທີ່ເປິກສາຝ່າຍສຶກສາ-ວັດທະນະທໍາສະຖານທູດລາວປະຈໍາຈີນແລ້ວ, ການຈັດງານເອຊຽນເກມຫາງໂຈ່ວແມ່ນໄດ້ປະຕິບັດຕາມທັດສະນະຄະຕິສີຊຽວ, ອັດສະລິຍະ, ແບບຍືນຍົງ ແລະ ມີຄວາມທັນສະໄໝສູງ.