ທ່ານເສດຖາ ທະວີສິນ, ນາຍົກລັດຖະມົນຕີໄທຍິນດີຕ້ອນຮັບນັກທ່ອງທ່ຽວຈີນທີ່ເຂົ້າປະເທດໄທໂດຍຍົກເວັ້ນວິຊາ

2023-09-25 14:49:48 cri


ວັນທີ 25 ກັນຍານີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທພ້ອມດ້ວຍຄະນະລັດຖະບານຫຼາຍທ່ານໄດ້ໄປທີ່ສະໜາມບິນສາກົນສຸວັນນະພູມ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນທີ່ໄປທ່ຽວໄທງວດທຳອິດໃນມື້ທຳອິດທີ່ປະຕິບັດນະໂຍບາຍການຍົກເວັ້ນວິຊາ.


ວັນທີ 25 ກັນຍານີ້ແມ່ນມື້ທຳອິດທີ່ລັດຖະບານໄທປະຕິບັດນະໂຍບາຍການຍົກເວັ້ນວິຊາລັກຊະນະຊົ່ວຄາວຕໍ່ນັກທ່ອງທ່ຽວຈີນ, ນັກທ່ອງທ່ຽວຖືໜັງສືຜ່ານແດນກັບໃບຢັ້ງຢືນການທ່ອງທ່ຽວເຂົ້າແດນໄທໂດຍບໍ່ຕ້ອງຂໍວິຊາ, ສາມາດຢູ່ໄທໄດ້ບໍ່ກາຍ 30 ວັນ. ນະໂຍບາຍດັ່ງກ່າວຈະປະຕິບັດເປັນໄລຍະ 5 ເດືອນຄືຈະແກ່ຍາວໄປຈົນຮອດວັນທີ 29 ກຸມພາປີ 2024.