ຕໍ່ກັບເລື່ອງຍີ່ປຸ່ນສືບຕໍ່ປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ຈີນມີການຕອບໂຕ້ຫຼາຍເກີນໄປແທ້ບໍ?

2023-09-25 15:46:46 cri

ວັນທີ 22 ກັນຍານີ້, ທ່ານມານັດເຊ ໂຊກາວາ ນາຍົກລັດຖະມົນຕີໂຊໂລມົງ ອິດສະແລນກ່າວປາຖະກະຖາໃນການອະພິປາຍທົ່ວໄປກອງປະຊຸມສະມັັດຊາໃຫຍ່ອົງການສະຫະປະຊາຊາດ ໂດຍກ່າວຕໍາໜິຢ່າງເຂັ້ມງວດຕໍ່ຍີ່ປຸ່ນທີ່ປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ທ່ານມານັດເຊ ໂຊກາວາກ່າວວ່າ: ບົດລາຍງານຂອງອົງການພະລັງງານປະລະມານູສາກົນກ່ຽວກັບນໍ້າປົນເປື້ອນລັງສີນິວເຄລຍຟຸຄຸຊິມະຂອງຍີ່ປຸ່ນ “ຍັງບໍ່ທັນມີຂໍ້ສະຫຼຸບທີ່ແນ່ນອນ”, ຂໍ້ມູນທີ່ເປີດເຜີຍຍັງບໍ່ທັນເຕັມທີ່, ສົມບູນ ແລະ ຍັງມີຄວາມເຫັນລຳອຽງ. ຖ້າວ່ານໍ້າປົນເປື້ອນລັງສີນິວເຄລຍເຫຼົ່ານີ້ແມ່ນມີຄວາມປອດໄພ, ຍີ່ປຸ່ນຄວນເກັບຮັກສາໄວ້ຢູ່ໃນປະເທດຕົນ. ຖ້າວ່າປ່ອຍລົງສູ່ທະເລ ກໍໝາຍຄວາມວ່າມັນບໍ່ປອດໄພ.

ໂຊໂລມົງ ອິດສະແລນຕັ້ງຢູ່ພາກໃຕ້ຂອງມະຫາສະໝຸດປາຊີຟິກ, ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບງ່າຍທີ່ສຸດຈາກການປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ. ນາຍົກລັດຖະມົນຕີໂຊໂລມົງ ອິດສະແລນສະແດງຫຼັກໝັ້ນຂອງຕົນໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະຊາຊາຊາດ ເປັນການສະແດງໃຫ້ເຫັນເຖິງຄວາມເປັນຫ່ວງຂອງປະເທດໝູ່ເກາະພາກໃຕ້ ມະຫາສະໝຸດປາຊີຟິກ ກໍຄືປະເທດຕ່າງໆໃນໂລກ. ນອກນີ້, ຫຼັງຈາກຍີ່ປຸ່ນເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ຈີນ, ສ ເກົາຫຼີ, ສປປ ເກົາຫຼີ, ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ ແລະ ຫຼາຍປະເທດໃນໂລກໄດ້ສະແດງຄວາມຄັດຄ້ານ ແລະ ການປະທ້ວງດ້ວຍຮູບແບບຕ່າງໆ.

ແຕ່ວ່າ, ພາຍໃຕ້ສະພາບການດັ່ງກ່າວ, ປະເທດຝ່າຍຕາເວັນຕົກພັດໄດ້ຖິ້ມໂທດໃສ່ຈີນ. ເມື່ອຍີ່ປຸ່ນເລີ່ມປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ຈີນໄດ້ອອກຄໍາສັ່ງຫ້າມບໍ່ໃຫ້ນຳເຂົ້າຜະລິດຕະພັນສິນໃນນ້ຳຂອງຍີ່ປຸ່ນໃນທັນທີ ເພື່ອຮັບປະກັນສຸຂະພາບຂອງຜູ້ບໍລິໂພກ, ແຕ່ຖືກສື່ມວນຊົນຝ່າຍຕາເວັນຕົກຕໍາໜິວ່າ“ມີການຕອບໂຕ້ຫຼາຍເກີນໄປ”. ຢູ່ໃນສື່ສັງຄົມອອນລາຍຕ່າງປະເທດ, ການລາຍງານຂ່າວທີ່ບໍ່ມີຜົນດີຕໍ່ຍີ່ປຸ່ນປ່ອຍນໍ້າປົນເປື້ອນລັງສີນິວເຄລຍນັ້ນ ຈະຖືກໝາຍໄວ້ວ່າເປັນ “ຂ່າວປອມ”; ບົດຄວາມຈໍານວນຫຼວງຫຼາຍປີ້ນຂາວເປັນດໍາ; ສະຖານທູດຍີ່ປຸ່ນປະຈໍາຈີນກ່າວຕໍາໜິປະຊາຊົນຈີນສ້າງຄວາມວຸ້ນວາຍໃຫ້ແກ່ຍີ່ປຸ່ນ.    ສື່ມວນຊົນຕາເວັນຕົກຍັງໄດ້ລາຍງານຂ່າວແບບບິດເບືອນກ່ຽວກັບມາດຕະການຮັບມືທີ່ສົມເຫດສົມຜົນຂອງຈີນ. ໜັງສືພິມ The Wall Street Journal ຂອງອາເມຣິກາລາຍງານວ່າ: ຈີນມີອາລົມຕໍ່ຕ້ານຍີ່ປຸ່ນທີ່ນັບມື້ນັບຮຸນແຮງຂຶ້ນ, CNN ຂອງອາເມຣິກາເຫັນວ່າ: ຈີນກໍາລັງສວຍໃຊ້ເລື່ອງນີ້ເພື່ອສະແຫວງຫາຜົນປະໂຫຍດດ້ານການເມືອງ, BBC ຂອງອັງກິດລາຍງານວ່າ: ມາດຕະການຂອງຈີນມີລັກສະນະແກ້ແຄ້ນ. ການລາຍງານຂ່າວເຫຼົ່ານີ້ມີເຈດຕະນາຫວັງຢາກໃສ່ຮ້າຍປ້າຍສີຈີນ, ແຕ່ທີ່ຈິງແລ້ວ, ຜູ້ປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນຍີ່ປຸ່ນ, ແຕ່ບໍ່ແມ່ນຈີນ.

 ໃນງົບປະມານລາຍຈ່າຍດ້ານໂຄສະນາທາງການເມືອງຂອງລັດຖະບານຍີ່ປຸ່ນໃນໄລຍະມໍ່ໆມານີ້, ມີເກືອບ 70 ຕື້ເຢັນແມ່ນໃຊ້ໃນການຕອບໂຕ້“ຂ່າວປອມ”. ນອກນີ້, ລັດຖະບານຍີ່ປຸ່ນຍັງໄດ້ນຳໃຊ້ເຕັກນິກ AI ເຂົ້າໃນການຕິດຕາມກວດກາການລາຍງານຂ່າວກ່ຽວກັບການປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ສິ່ງທີ່ໜ້າສົນໃຈນັ້ນຄື: ງົບປະມານລາຍຈ່າຍດັ່ງກ່າວເກືອບເປັນ 20 ເທົ່າຂອງງົບປະມານລາຍຈ່າຍສໍາລັບໂຄງການປ່ອຍນໍ້າປົນເປື້ອນລັງສີນິວເຄລຍ.

    ຕາມການລາຍງານຂ່າວຫຼ້າສຸດ: ລັດຖະບານຍີ່ປຸ່ນບໍ່ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງທັງພາຍໃນ ແລະ ຕ່າງປະເທດ, ຕົກລົງຈະປ່ອຍນໍ້າ ປົນເປື້ອນລັງສີນິວເຄລຍລົງສູ່ທະເລເປັນຮອບທີ 2. ການກະທໍາດັ່ງກ່າວບໍ່ພຽງແຕ່ເປັນການທ້າທາຍເກາະຜິດຢ່າງຮ້າຍແຮງຕໍ່ຈີນ ແລະ ປະເທດໃກ້ຄຽງຢູ່ອາຊີເທົ່ານັ້ນ, ຍັງເປັນໄພຂົ່ມຂູ່ຢ່າງໃຫຍ່ຫຼວງຕໍ່ລະບົບນິເວດທາງທະເລຂອງທົ່ວໂລກ ແລະ ສຸຂະພາບຂອງມວນມະນຸດ, ສິ່ງນີ້ເປັນເລື່ອງທີ່ຍອມຮັບບໍ່ໄດ້ ແລະ ບໍ່ຄວນຖືກປ່ອຍປະລະເລີຍ.