ປະຊາຊົນໂຮນລັງແຫ່ຂະບວນ ຄັດຄ້ານປະເທດຕາເວັນຕົກສະໜອງອາວຸດໃຫ້ອູແກຣນ

2023-09-25 11:59:32 cri


ວັນທີ 24 ກັນຍານີ້, ປະຊາຊົນໂຮນລັງຈັດການປະທ້ວງຢູ່ນະຄອນຫຼວງອຳສະເຕີດາມ ເພື່ອຄັດຄ້ານປະເທດຕາເວັນຕົກໃຫ້ການສະໜັບສະໜູນດ້ານການທະຫານໃຫ້ແກ່ອູແກຣນ, ເຮັດໃຫ້ສະຖານະການຮຸນແຮງຂຶ້ນຕື່ມ.


ຜູ້ປະທ້ວງໄດ້ຈັບປ້າຍຄຳຂວັນທີ່ຂຽນວ່າ: “ຄັດຄ້ານການສະໜອງອາວຸດແກ່ອູແກຣນ”,  “ເພື່ອສັນຕິພາບ ບໍ່ໃຊ້ອາວຸດໃດໆ”,  “ບໍ່ໃຫ້ເຄັ່ງຕຶງຂຶ້ນ, ຄວນເຈລະຈາກັນ” ແລະອື່ນໆ ທັງຮ້ອງຄຳຂວັນວ່າ: “ບໍ່ມີນາໂຕ, ບໍ່ມີສົງຄາມ” ແລະອື່ນໆ.


ກຸ່ມຜູ້ປະທ້ວງຮຽກຮ້ອງໃຫ້ປະເທດຕາເວັນຕົກທີ່ລວມທັງລັດຖະບານໂຮນລັງນັ້ນ ຈົ່ງຍຸດຕິການປຸກປັ່ນໃນການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ແກ້ໄຂວິກິດການໂດຍຜ່ານຊ່ອງທາງການເມືອງ ແລະ ການທູດໂດຍໄວ.