ງານມະຫະກຳກິລາເອຊຽນເກມຫາງໂຈ່ວ “ສີຂຽວ”ຢູ່ບ່ອນໃດ?

2023-09-26 15:12:14 cri

    ຕອນຄ່ຳວັນທີ 23 ກັນຍາ 2023, ງານມະຫະກຳກິລາເອຊຽນເກມຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈິ້ຈ່ຽງ ສປ.ຈີນຢ່າງເປັນທາງການ, ພິທີງານມະຫະກຳກິລາເອຊຽນເກມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສົນໃຈຕໍ່ທັດສະນະອະນຸລັກສິ່ງແວດລ້ອມ ແລະ ສີຂຽວ-ກາກບອນຕ່ຳຂອງປະເທດຈີນ, ໄດ້ພາໃຫ້ປະເທດຈີນ ແລະ ຕ່າງປະເທດສົນໃຈຈຳຢ່າງກວ້າງຂວາງ.

    ເຖິງວ່າບໍ່ໄດ້ຈູດບັ້ງໄພແທ້ໆ, ແຕ່ວ່າພິທີໄຂງານມະຫະກຳກິລາເອຊຽນເກມກໍມີສິ່ງທີ່ໜ້າເບິ່ງໜ້າຊົມຫຼາຍ. ໃນຖານະເປັນຕອນສຳຄັນຂອງພິທີໄຂງານ, ທວນໄຟຫຼັກຂອງງານມະຫະກຳກິລາເອຊຽນເກມໄດ້ຖືເມທາໂນນທີ່ບໍ່ມີກາກບອນເປັນວັດຖຸເຊື້ອໄຟ. ເຊິ່ງເປັນຄັ້ງທຳອິດໃນການແຂ່ງຂັນກິລາຂະໜາດໃຫຍ່ຂອງໂລກ, ແລະໄດ້ກາຍເປັນຈຸດເດັ່ນໜຶ່ງຂອງງານມະໂຫລານເທື່ອນີ້, ສະແດງໃຫ້ເຫັນວ່ານະຄອນຫາງໂຈ່ວກຳລັງສ້າງງານມະຫະກຳກິລາເອຊຽນເກມທີ່ປອດກາກບອນຄັ້ງທຳອິດໃນປະຫວັດສາດ.    

    ໃນຖານະເປັນການແຂ່ງຂັນກິລາສາກົນຂະໜາດໃຫຍ່ຄັ້ງໜຶ່ງ, ງານມະຫະກຳກິລາເອຊຽນເກມຫາງໂຈ່ວຕ້ອງການໃຊ້ຊັບພະຍາກອນສີຂຽວຈຳນວນຫຼວງຫຼາຍ, ຈາກການສ້າງສະໜາມກິລາຫາການຜະລິດໂຕະ ແລະ ຕັ່ງຂອງສະໜາມກິລາ, ຈາກການສະໜອງພະລັງງານສະອາດ ຫາການຜະລິດອຸປະກອນຕ່າງໆຂອງການແຂ່ງຂັນ, ຈາກການຮັບປະກັນສະບຽງອາຫານຫາການສ້າງ “ໂຮງງານສຳລັບງານມະຫະກຳກິລາເອຊຽນເກມທີ່ບໍ່ມີສິ່ງເສດເຫຼືອ”…… ງານມະຫະກຳກິລາເອຊຽນເກມຫາງໂຈ່ວຄັ້ງນີ້ໄດ້ຍຶດໝັ້ນທັດສະນະຈັດການແຂ່ງຂັນທີ່ “ສີຂຽວ, ອັດສະລິຍະ, ປະຢັດ, ອະລິຍະທຳ”, ຈາກການສ້າງສະໜາມກິລາ, ການສະໜອງພະລັງງານຈົນຮອດການຄຸ້ມຄອງການດຳເນີນທຸລະກິດ, ການຈັດການແຂ່ງຂັນແບບສີຂຽວໄດ້ສະແດງໃຫ້ເຫັນໃນຂໍ້ປີກຍ່ອຍຫຼາຍດ້ານ.

    ສະໜາມກິລາ 56 ແຫ່ງຂອງງານມະຫະກຳກິລາເອຊຽນເກມ ແລະ ງານມະຫາກິລາເອຊຽນເກມຄົນພິການ, ມີພຽງ 12 ແຫ່ງແມ່ນສ້າງຂຶ້ນໃໝ່, ສ່ວນສະໜາມກິລາອື່ນໆແມ່ນສ້ອມແປງສະໜາມກິລາເກົ່າ, ບໍ່ພຽງແຕ່ໄດ້ປະຢັດຕົ້ນທຶນຈັດການແຂ່ງຂັນເທົ່ານັ້ນ, ຍັງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນພາຍຫຼັງການແຂ່ງຂັນສິ້ນສຸດລົງ, ເພື່ອບັນລຸໃຫ້ສະໜາມກິລາໄດ້ກາຍເປັນສະຖານທີ່ບໍລິການໃຫ້ແກ່ປະຊາຊົນ.

    ງານມະຫະກຳກິລາເອຊຽນເກມໄດ້ບັນລຸສະໜາມກິລາໃຊ້ພະລັງໄຟຟ້າສີຂຽວທັງໝົດ, ແລະ ເປັນຄັ້ງທຳອິດໃນປະຫວັດສາດຂອງງານມະຫະກຳກິລາເອຊຽນເກມ. “ສວນດອກໄມ້ເທິງອາກາດ” ເຊິ່ງເປັນຫຼັງຄາຂອງສູນກິລາເທິງນ້ຳຟູ້ຢາງນະຄອນຫາງໂຈ່ວ, ສາມາດປະຢັດນ້ຳໄດ້ 1.000 ໂຕນໃນແຕ່ລະເດືອນ.

    ຢູ່ເຂດດຳລົງຊີວິດຂອງບ້ານພັກເອຊຽນເກມ, ກໍໄດ້ສະແດງໃຫ້ເຫັນເຖິງທັດສະນະສີຂຽວ-ກາກບອນຕ່ຳ, ບໍ່ມີສິ່ງເສດເຫຼືອ, ແລະການນຳໃຊ້ແບບໝູນວຽນ. ອີງຕາມການແນະນຳຂອງອາສາສະໝັກ, ບັນຊີກາກບອນຕ່ຳໄດ້ຜ່ານ APP ສົ່ງເສີມຄະນະນັກກິລາຕ່າງໆໃນງານເອຊຽນເກມເຂົ້າຮ່ວມ ແລະ ສຳຜັດກັບການເຄື່ອນໄຫວດ້ານສີຂຽວ-ກາກບອນຕ່ຳຂອງວິສາຫະກິດທີ່ສະໜັບສະໜູນຕ່າງໆໂດຍຜ່ານກິດຈະກຳກິນອາຫານໃຫ້ໝົດ, ການອອກເດີນທາງແບບສີຂຽວ, ການຊື້ຂອງແບບບໍ່ໃຊ້ຖົງຢາງ ແລະ ອື່ນໆ. ເພື່ອລິເລີ່ມໃຫ້ຄະນະນັກກິລາໃນເອຊຽນເກມອອກເດີນທາງແບບກາກບອນຕ່ຳ, ຢູ່ລະຫວ່າງສະໜາມກິລາຕ່າງໆມີລົດເມທີ່ໃຊ້ພະລັງງານທົດແທນໄດ້ທ່ຽວໄປມາເລື້ອຍໆເພື່ອສະໜອງຄວາມສະດວກໃຫ້ແກ່ນັກກິລາເປັນຕົ້ນ, ພ້ອມກັນນັ້ນ, ງານມະຫະກຳກິລາເອຊຽນເກມຄັ້ງນີ້ຍັງໄດ້ຈັດວາງລົດຖີບຢູ່ແຫ່ງຕ່າງໆຂອງບ້ານພັກນັກກິລາ ແລະ ບ້ານພັກນັກຂ່າວ, ໄດ້ກາຍເປັນສ່ວນປະກອບທີ່ດີຂອງລະບົບຄົມມະນາຄົມກາກ ບອນຕ່ຳຂອງບ້ານພັກເອຊຽນເກມ.

    ໃນເວລານັບຖອຍຫຼັງ 30 ວັນຂອງງານມະຫະກຳກິລາເອຊຽນເກມຫາງໂຈ່ວ, ຄະນະກຳມະການຈັດງານເອຊຽນເກມຫາງໂຈ່ວໄດ້ເປີດເຜີຍຕົວເລກຂໍ້ມູນຄື: ສະໜາມກິລາທັງໝົດຂອງງານມະຫະກຳກິລາເອຊຽນເກມໄດ້ບັນລຸການສະໜອງພະລັງງານສີຂຽວ 100%, ໄດ້ສຳເລັດການຊື້ຂາຍພະລັງງານສີຂຽວເອຊຽນເກມ 621 ລ້ານກິໂລວັດໂມງ; ວິສາຫະກິດ 45 ແຫ່ງໄດ້ບໍລິຈາກໂກຕາກາກບອນ, ສິນເຊື່ອກາກບອນ ແລະ ການຫຼຸດການປ່ອຍກາກບອນຈະໄດ້ຜົນປະໂຫຍດເພື່ອລ້າງກາກບອນ, ລວມທັງໝົດເປັນ 1,068 ລ້ານໂຕນ; ມີປະຊາຊົນ 106 ລ້ານເທື່ອຄົນໄດ້ເຂົ້າຮ່ວມກິດຈະກຳ “ໜຶ່ງຄົນຕໍ່ໜຶ່ງກິໂລກະລາມ, ເພື່ອສະໜັບສະໜູນການປອດກາກບອນ”; ປະຊາຊົນ 18 ລ້ານເທື່ອຄົນເຂົ້າຮ່ວມກິດຈະກຳ “ປູກຕົ້ນໄມ້ເພື່ອງານມະຫະກຳກິລາເອຊຽນເກມ”, ໄດ້ປູກຕົ້ນໄມ້ຫຼາຍກວ່າ 48 ລ້ານຕົ້ນ, ສ້າງປ່າປອດກາກບອນ 26 ແຫ່ງສຳລັບງານມະຫະກຳກິລາເອຊຽນເກມ.  

  

    ຈັດການແຂ່ງຂັນໃນທາງສີຂຽວ, ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈດ້ານການພັດທະນາທີ່ມີຄຸນນະພາບສູງຂອງປະເທດຈີນ. ງານມະຫະກຳກິລາເອຊຽນເກມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງແຜນຜັງອັນຍິ່ງໃຫຍ່ ແລະ ຄວາມມຸ່ງຫວັງຂອງປະເທດຈີນໃນການບັນລຸເປົ້າໝາຍ “ການໃຊ້ພະລັງງານທີ່ສະອກາດ ແລະ ກາກບອນຕ່ຳ”, ໄດ້ເພີ່ມພະລັງຂອງຈີນອັນແຂງແຮງເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມ່ວນມະນຸດ.