ເລຂາທິການໃຫຍ່ອາຊຽນແລະຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນລອງຂີ່ລົດໄຟຄວາມໄວສູງຈາກາຕາ-ບັນດຸງ

2023-09-26 11:41:28 cri


   ວັນທີ 25 ກັນຍານີ້, ທ່ານກາວກິມໂຮນ ເລຂາທິການໃຫຍ່ອາຊຽນ, ທ່ານເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນຂອງປະເທດສະມາຊິກອາຊຽນ,ທ່ານເອກອັກຄະລັດຖະທູດຂອງປະເທດຄູ່ເຈລະຈາຂອງອາຊຽນສ່ວນໜຶ່ງ ແລະທ່ານອື່ນໆ ພ້ອມກັນລອງຂີ່ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ທີ່ເປັນໂຄງການສັນຍະລັກ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ຈີນແລະອິນໂດເນເຊຍຮ່ວມມືກັນ.


   ທ່ານກາວກິມໂຮນແລະທ່ານເອກອັກຄະລັດຖະທູດບັນດາປະເທດອາຊຽນໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຄວາມໝາຍແບບຢ່າງຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ເປັນທາງລົດໄຟຄວາມໄວສູງສາຍທຳອິດຂອງອິນໂດເນເຊຍກໍຄືອາຊີຕາເວັນອອກສຽງໃຕ້,ທັງກ່າວວ່າ:ລົດໄຟຄວາມໄວສູງທີ່ນັ່ງສະບາຍແລະສະດວກວ່ອງໄວຂອງຈີນໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ພວກເພິ່ນ ເຊິ່ງໄດ້ສ່ອງແສງຢ່າງເຕັມສ່ວນໃຫ້ເຫັນເຖິງການຮ່ວມມືຕາມ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ໄດ້ສ້າງຜົນປະໂຫຍດອັນແທ້ຈິງໃຫ້ບັນດາປະເທດອາຊຽນ. ອາຊຽນຄອງຄອຍຮ່ວມກັບຈີນເພື່ອເພີ່ມທະວີການເຊື່ອມໂຍງເສື່ອມຈອດແລະຮ່ວມມືກັນ,ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດໃນພາກພື້ນແຫ່ງນີ້.