ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາປັບປຸງຄະນະລັດຖະບານ

2023-09-26 16:15:53 cri

    

    ຕອນຄ່ຳວັນທີ 25 ກັນຍານີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາໄດ້ປະກາດດຳລັດຫຼາຍສະບັບ, ໂດຍອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງລັດຖະທຳມະນູນ, ປັບປຸງຄະນະລັດຖະບານໂດຍໄດ້ແຕ່ງຕັ້ງ ແລະ ສັບຊ້ອນລັດຖະມົນຕີ ແລະ ເຈົ້າໜ້າທີ່ສຳຄັນຂອງອົງການລັດຖະບານຫຼາຍທ່ານ. ໃນນັ້ນ, ຕົ້ນຕໍກ່ຽວພັນເຖິງກະຊວງການຄ້າ, ຫ້ອງວ່າການລັດຖະບານ ແລະ ຄະນະກຳມະການເລືອກຕັ້ງແຫ່ງລັດເປັນຕົ້ນ.