ກຳປັ່ນທາງລັດຖະການລຳໜຶ່ງຂອງຟິລິບປິນເຈຕະນາແລ່ນເຂົ້າອ່າວຂອງເກາະຮວງຢຽນຈີນ, ຕຳຫຼວດທາງທະເລຈີນໄດ້ສະກັດກັ້ນແລະຂັບໄລ່ອອກໄປດ້ວຍຄວາມອົດທົນອົດກັ້ນ

2023-09-26 16:54:46 cri


   ຫວ່າງມໍ່ໆມານີ້,ຕຳຫຼວດທາງທະເລຈີນໄດ້ຕັ້ງສິ່ງກີດຂວາງຢູ່ພາກຕາເວັນອອກສຽງໃຕ້ຂອງເກາະຮວງຢຽນ ເພື່ອສະກັດກັ້ນເຮືອຫາປາຂອງຟິລິບປິນທີ່ແລ່ນເຂົ້າເກາະຮວງຢຽນ. ຝ່າຍຟິລິບປິນໄດ້ກ່າວຄວາມຄິດເຫັນທີ່ຕິຕຽນຝ່າຍຈີນ.


   ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນໃນວັນທີ25ກັນຍານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢ້ຳຫຼັກໝັ້ນຂອງຈີນວ່າ: ເກາະຮວງຢຽນແມ່ນດິນແດນຂອງຈີນ,ຈີນມີສິດອະທິປະໄຕທີ່ບໍ່ສາມາດໂຕ້ຖຽງໄດ້ຕໍ່ກັບເກາະຮວງຢຽນແລະລ້ອງນ້ຳທະເລຢູ່ອ້ອມຂ້າງ,ແລະມີສິດອະທິປະໄຕແລະສິດຄຸ້ມຄອງຕໍ່ເຂດນ້ຳທີ່ກ່ຽວຂ້ອງ. ວັນທີ22ກັນຍານີ້,ມີກຳປັ່ນທາງລັດຖະການລຳໜຶ່ງທີ່ຂຶ້ນກັບອົງການປະມົງແລະຊັບພະຍາກອນ ນ້ຳຂອງຟີລິບປິນ,ບໍ່ໄດ້ຮັບການອະນຸຍາດຈາກຝ່າຍຈີນ ກໍລ່ວງເຂົ້າໄປເຂດນ້ຳອ້ອມເກາະຮວງຢຽນ ທັງເຈຕະນາຢາກບຸກເຂົ້າອ່າວຂອງເກາະຮວງຢຽນ. ຕຳຫຼວດທາງທະເລຂອງຈີນໄດ້ໃຊ້ມາດຕະການທີ່ຈຳເປັນຕາມກົດໝາຍ,ກີດກັ້ນແລະຂັບໄລ່ກຳປັ່ນລຳດັ່ງກ່າວຂອງຟິລິບປິນອອກໄປ, ການກະທຳທີ່ກ່ຽວຂ້ອງຂອງຝ່າຍຈີນແມ່ນເຮັດຕາມຫຼັກວິຊາການ ທັງໄດ້ຮັກສາຄວາມອົດທົນອົດກັ້ນ.