ທ່ານສີຈິ້ນຜິງຊີ້ແຈງທິດທາງໃຫ້ແຂວງເຈີ້ຈ່ຽງຈີນເລັ່ງຄວາມໄວໃນການສ້າງຄວາມທັນສະໄໝແບບຈີນ

2023-09-27 10:27:48 CRI


ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງ ທີ່ຖືກຂະໜານນາມວ່າ “ຜູ້ນຳໜ້າໃນການສ້າງຄວາມທັນສະໄໝແບບຈີນ”, ທັງຊີ້ແຈງທິດທາງໃຫ້ແຂວງເຈີ້ຈ່ຽງຈີນເລັ່ງຄວາມໄວໃນການສ້າງຄວາມທັນສະໄໝແບບຈີນ.



ເສດຖະກິດແບບທັນສະໄໝ

ການຂັບເຄື່ອນດ້ວຍການປະດິດສ້າງໃໝ່ໄດ້ກາຍເປັນແຮງຂັບເຄື່ອນຕົ້ນຕໍສຳລັບການພັດທະນາເສດຖະກິດ, ສິ່ງນີ້ເປັນເນື້ອໃນແກນກາງໃນແນວຄິດດ້ານເສດຖະກິດຂອງທ່ານສີຈິ້ນຜິງ. ຜ່ານການສຳຫຼວດກວດກາ ແລະ ງານສົນທະນາຄັ້ງນີ້, ທ່ານສີຈິ້ນຜິງຊີ້ອອກວ່າ, ແຂວງເຈີ້ຈ່ຽງຕ້ອງຖືເອົາເສດຖະກິດຮູບປະທຳເປັນພື້ນຖານແຫ່ງການສ້າງລະບົບອຸດສາຫະກຳແບບທັນສະໄໝ, ຕ້ອງເລັ່ງລັດໃຫ້ມີຄວາມຄືບໜ້າໃນຂົງເຂດວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ, ຊຸກຍູ້ໃຫ້ອຸດສາຫະກຳການຜະລິດຫັນເປັນລະດັບສູງ ຫັນເປັນແບບອັດສະລິຍະ ແລະ ຕາມທິດສີຂຽວ, ສ້າງກຸ່ມອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດ ແລະ ກຸ່ມອຸດສາຫະກຳດີຈີຕອນຊຸດໜຶ່ງທີ່ມີກຳລັງແຂ່ງຂັນໃນສາກົນ.



ການເປີດປະຕູສູ່ພາຍນອກໃນໃນລະດັບສູງ

ສູນການຄ້າສາກົນຢີ້ອູ່ຖືກເອີ້ນວ່າ “ຕະຫຼາດຂາຍຍົກສິນຄ້ານ້ອຍຂະໜາດໃຫຍ່ທີ່ສຸດຂອງໂລກ”, ມີສິນຄ້າ 2,1 ລ້ານກວ່າຊະນິດ, ສົ່ງໄປຈຳໜ່າຍຢູ່230 ກວ່າປະເທດ ແລະ ເຂດແຄວ້ນຂອງທົ່ວໂລກ, ທັງພົວພັນເຖິງວຽກເຮັດງານທຳຂອງ 32 ລ້ານກວ່າຄົນ. ທ່ານສີຈິ້ນຜິງຊີ້ອອກວ່າ, ແຂວງເຈີ້ຈ່ຽງຕ້ອງສ້າງຄວາມຄືບໜ້າໃໝ່ໃນການເປີດກວ້າງການເປີດປະຕູສູ່ພາຍນອກ, ເປີດກວ້າງການເປີດປະຕູດ້ານລະບຽບການຢ່າງໝັ້ນທ່ຽງ; ປະດິດສ້າງໃນການນຳໃຊ້ທຶນຕ່າງປະເທດ, ພັດທະນາການຄ້າກັບຕ່າງປະເທດໃຫ້ມີຂະໜາດໃຫຍ່ກວ່າເກົ່າ; ເປັນເຈົ້າການລຶ້ງເຄີຍກັບລະບຽບການເສດຖະກິດການຄ້າສາກົນ, ນຳໜ້າທົດລອງໃນການເປີດປະຕູດ້ານການບໍລິການ, ການພັດທະນາແບບດີຈີຕອນ, ການອະນຸລັກສິ່ງແວດລ້ອມ ແລະອື່ນໆ. ທ່ານສີຈິ້ນຜິງໄດ້ກ່າວຢ້ຳເຖິງນະໂຍບາຍສະໜັບສະໜູນຂອງຈີນຕໍ່ເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ, ສົ່ງເສີມ ແລະ ສະໜັບສະໜູນວິສາຫະກິດເອກະຊົນຕັ້ງໜ້າເຂົ້າຮ່ວມການແບ່ງງານດ້ານອຸດສາຫະກຳ ແລະ ການຈັດສັນຊັບພະຍາກອນໃນຂອບເຂດທົ່ວໂລກ, ແລະຍົກສູງກຳລັງແຂ່ງຂັນແກນກາງ.

 


ກະສິກຳທີ່ທັນສະໄໝ

ເມື່ອ 20 ປີກ່ອນ, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງເຄີຍດຳເນີນໂຄງການເພື່ອປັບປຸງສະພາບແວດລ້ອມດ້ານການຜະລິດ, ຊີວິດການເປັນຢູ່ ແລະ ລະບົບນິເວດຢູ່ຊົນນະບົດ ເພື່ອໃຫ້ຊາວກະສິກອນມີຊີວິດສີວິໄລທີ່ທັນສະໄໝຢູ່ທ້ອງຖິ່ນ. ດັ່ງນັ້ນ, ໃນໄລຍະ 20 ປີມານີ້, ຊົນນະບົດເຈີ້ຈ່ຽງໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ. ໃນການສຳຫຼວດກວດກາຄັ້ງນີ້, ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ມີລະດັບສູງຂຶ້ນຕື່ມອີກ ໂດຍຮຽກຮ້ອງໃຫ້ແຂວງເຈີ້ຈ່ຽງເປັນຕົວແບບໃນການຊຸກຍູ້ການສ້າງຄວາມຮັ່ງມີພ້ອມກັນ, ຖືເອົາການຫຼຸດຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ຄວາມແຕກໂຕນກັນລະຫວ່າງເຂດແຄ້ວນ ແລະ ຄວາມໂຕນກັນດ້ານລາຍຮັບໃຫ້ໜ້ອຍລົງເປັນເປົ້າໝາຍສຳຄັນ.

 


ການບໍລິຫານພື້ນຖານທີ່ທັນສະໄໝ

ທ່ານສີຈິ້ນຜິງຫວັງວ່າແຂວງເຈີ້ຈ່ຽງຈະຖອດຖອນບົດຮຽນຫຼາຍກວ່າເກົ່າໃນການຊຸກຍູ້ລະບົບການບໍລິຫານພື້ນຖານ ແລະ ຄວາມສາມາດດ້ານການບໍລິຫານ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງຍຶດໝັ້ນນະໂຍບາຍໃຫ້ບຸລິມະສິດແກ່ການປະກອບອາຊີບ, ປັບປຸງລະບົບປະກັນສັງຄົມທີ່ມີຫຼາຍລະດັບໃຫ້ສົມບູນ, ຕ້ອງອາໄສປະຊາຊົນຢ່າງແໜ້ນແຟ້ນ, ແກ້ໄຂບັນຫາຢູ່ຮາກຖານ ແລະ ຈາກຈຸດເລີ່ມຕົ້ນ.

 


ອາລິຍະທຳທີ່ທັນສະໄໝ

ເຈີ້ຈ່ຽງແມ່ນແຂວງທີ່ໄດ້ເຊື່ອມໂຍງອາລິຍະທຳບູຮານ ແລະ ອາລິຍະທຳທີ່ທັນສະໄໝຢ່າງຈົບງາມ. ດັ່ງນັ້ນ, ທ່ານສີຈິ້ນຜິງໄດ້ສະເໜີພາລະກຳດ້ານວັດທະນະທຳໃໝ່ໃຫ້ກັບແຂວງເຈີ້ຈ່ຽງ ຄື: ຊຸກຍູ້ວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນໃຫ້ມີການປະດິດສ້າງໃໝ່ ແລະ ພັດທະນາຢ່າງມີຫົວຄິດປະດິດສ້າງ, ສືບຕໍ່ພັດທະນາຮູບແບບທີ່ທັນສະໄໝຂອງອາລິຍະທຳປະຊາຊາດຈີນ.