ເລຂາທິການຄະນະກວດກາສູນກາງຈີນຢ້ຽມຢາມສັນຖະວະໄມຕີເອຢິບຢ່າງເປັນທາງການ

2023-09-27 14:40:47 cri


ທ່ານຫຼີຊີ່ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການຄະນະກວດກາສູນກາງພັກໄດ້ຢ້ຽມຢາມສັນຖະວະໄມຕີເອຢິບຢ່າງເປັນທາງການຕາມຄຳເຊີນນັບແຕ່ວັນທີ 23-25 ກັນຍານີ້.

ໃນເວລາເຂົ້າຢ້ຽມຄຳນັບທ່ານອັບເດວ ຟັດຕາ ອັນ ຊີຊີ ປະທານາທິບໍດີເອຢິບ, ທ່ານຫຼີຊີ່ກ່າວວ່າ: ຈີນຈະຮ່ວມກັບເອຢິບຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດໃຫ້ດີ, ຊຸກຍູ້ໃຫ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ກັບ “ວິໄສທັດ 2030” ເອຢິບຢ່າງເລິກເຊິ່ງ. ຈີນຍິນດີຮ່ວມກັບເອຢິບເພີ່ມທະວີການຕິດຕໍ່ປະສານງານໃນວຽກງານສາກົນແລະພາກພື້ນ, ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມຄວາມສີວິໄລທົ່ວໂລກ.

ທ່ານຊີຊີກ່າວວ່າ: ການຮ່ວມມືພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງເອຢິບກັບຈີນໄດ້ຮັບໝາກຜົນຢ່າງເດັ່ນຊັດ. ເອຢິບຍິນດີຮ່ວມກັບຈີນເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການເງິນ ແລະອື່ນໆ, ຍິນດີຕ້ອນຮັບວິສາຫະກິດຈີນມາລົງທຶນຢູ່ເອຢິບຫຼາຍກວ່າເກົ່າ. ເອຢິບເດັດດ່ຽວຍຶດໝັ້ນຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ຕີລາຄາສູງ ແລະ ສະໜັບສະໜູນຂໍ້ລິເລີ່ມ 3 ຂໍ້ດັ່ງກ່າວທີ່ທ່ານປະທານສີຈິ້ນຜິງສະເໜີອອກມາ, ເອຢິບຄອງຄອຍຈີນຈະເສີມຂະຫຍາຍບົດບາດໃນວຽກງານສາກົນຫຼາຍກວ່າເກົ່າ.