ງານວາງສະແດງເຕັກນິກ ແລະ ອຸປະກອນການຄົມມະນາຄົມສາກົນຄັ້ງທີ 15 ສະແດງໃຫ້ເຫັນເຖິງທິດທາງການພັດທະນາດ້ານການຄົມມະນາຄົມໃນອະນາຄົດ

2023-09-27 16:15:43 cri

    ງານວາງສະແດງເຕັກນິກ ແລະ ອຸປະກອນການຄົມມະນາຄົມສາກົນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດທີ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 25-27 ກັນຍານີ້, ໄດ້ວາງສະແດງອຸປະກອນທີ່ມີເຕັກນິກທັນສະໄໝທີ່ສຸດ ແລະ ໝາກຜົນທີ່ມີຫົວຄິດປະດິດສ້າງຫຼ້າສຸດຂອງຂົງເຂດຄົມມະນາຄົມ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານເຕັກນິກຄົມມະນາຄົມທົ່ວໂລກ.

    ງານວາງສະແດງຄັ້ງນີ້ໄດ້ຈັດຫ້ອງວາງສະແດງຕ່າງໆ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມສັງລວມ, ການຜະລິດທີ່ມີເຕັກນິກສູງດ້ານການຄົມມະນາຄົມຂົນສົ່ງ, ລະບົບຕ່ອງໂສ້ການສະໜອງດ້ານການຈໍລະຈອນສິນຄ້າສາກົນ, ການຄົມມະນາຄົມແບບປ່ອຍກາກບອນຕ່ຳ, ການຄົມມະນາຄົມໃນອະນາຄົດ ແລະ ອື່ນໆ.