ປະເທດສະມາຊິກທະນາຄານລົງທຶນພື້ນຖານໂຄງລ່າງອາຊີເພີ່ມຂຶ້ນຮອດ 109 ປະເທດ

2023-09-27 16:26:43 cri


    ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ໄດ້ເປີດເຜີຍໃຫ້ຮູ້ໃນວັນທີ 26 ກັນຍານີ້ວ່າ ໃນໄລຍະຈັດກອງປະຊຸມຄະນະກຳມະການປະຈຳປີຄັ້ງທີ 8 ຢູ່ນະຄອນຊາມເອວເຊັກປະເທດເອຢິບ, ທະນາຄານ AIIB ໄດ້ອະນຸມັດຄຳຮ້ອງຂໍຂອງປະເທດແອນຊານວາດໍ, ໝູ່ເກາະໂຊໂລມອນ ແລະ ຕັງຊານີທີ່ເຂົ້າເປັນປະເທດສະມາຊິກທະນາຄານAIIB, ນັບມາຮອດປັດຈຸບັນ, ປະເທດສະມາຊິກ ທະນາຄານ AIIB ໄດ້ເພີ່ມຂຶ້ນຮອດ 109 ປະເທດ ໂດຍກວມເຖິງ 81% ຂອງປະຊາກອນທົ່ວໂລກ ແລະ 65% ຂອງ GDP ທົ່ວໂລກ.