ສະຫະພາບເອີຣົບກໍ່ການກວດກາຕ້ານການອຸດໜູນລາຄາຕໍ່ລົດພະລັງງານໄຟຟ້າຈີນຈະທຳລາຍຜົນປະໂຫຍດຂອງໃຜໃນທີ່ສຸດ?

2023-09-27 16:32:36 cri

ຫວ່າງມໍ່ໆມານີ້, ທ່ານນາງອູຊູລາ ວອນ ເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ສະແດງທັດສະນະທີ່ບໍ່ຖືກຕ້ອງໃນໂອກາດຂຶ້ນຜ່ານ “ບົດລາຍງານສະພາບຂອງສະຫະພາບເອີຣົບ” ຕໍ່ສະພາເອີຣົບ, ເຫັນວ່າຕະຫຼາດໂລກຖືກລົດພະລັງງານໄຟຟ້າຈີນທີ່ລາຄາຕ່ຳກວ່າຍຶດຄອງທັງໝົດ, ລາຄາຂອງລົດຈີນຕ່ຳລົງຍ້ອນການອຸດໜູນລາຄາຈຳນວນຫຼວງຫຼາຍ, ໄດ້ກະທົບເຖິງຕະຫຼາດເອີຣົບ, ພ້ອມກັນນັ້ນຍັງໄດ້ປະກາດກໍ່ການກວດກາເພື່ອຕ້ານການອຸດໜູນລາຄາລົດພະລັງງານໄຟຟ້າຂອງຈີນ.

ງານວາງສະແດງລົດມິວນິກທີ່ຫາກໍສິ້ນສຸດລົງເຮັດໃຫ້ຊາວເອີຣົບຮູ້ສຶກຕື່ນເຕັ້ນໃຈ, ວິສາຫະກິດຈີນທີ່ເຂົ້າຮ່ວມງານວາງສະແດງລົດເກືອບກວມເຄິ່ງໜຶ່ງ, ລົດພະລັງງານໄຟຟ້າຈີນເຕັມໄປດ້ວຍສາຍຕາຂອງຜູ້ຊົມ, ຢູ່ເທິງເວທີວາງສະແດງຂອງຍີ່ຫໍ້ຈີນເຊັ່ນ: BYD ແລະ ຍີ່ຫໍ້ອື່ນໆຂອງຈີນມີຜູ້ຊົມຈຳນວນຫຼາຍທີ່ສຸດ, ສ່ວນວິສາຫະກິດຜະລິດລົດຍົນເອີຣົບພັດເກືອບບໍ່ມີການປະດິດສ້າງໃໝ່, ເຮັດໃຫ້ຄົນຮູ້ສຶກຜິດຫວັງຫຼາຍ, ຄວາມຫຼຸດລື່ນກັນດ້ານເຕັກນິກລະຫວ່າງຈີນກັບປະເທດເອີຣົບໃນດ້ານລົດພະລັງງານໄຟຟ້າໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ. ແຕ່ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື: ທຽບໃສ່ຄວາມຄືບໜ້າອັນຊັກຊ້າດ້ານການຄົ້ນຄວ້າພັດທະນາເຕັກນິກພະລັງງານໃໝ່ ແລະ ເຕັກນິກອະນຸລັກສິ່ງແວດລ້ອມ, ສະຫະພາບເອີຣົບກໍ່ການລົງໂທດດ້ານການຄ້ານັ້ນຜັດໄວຫຼາຍ.

ລົດພະລັງງານໃໝ່ຂອງຈີນໃນປັດຈຸບັນມີຄຸນະພາບສູງ ແລະ ລາຄາຕ່ຳ, ແມ່ນເກີດຂຶ້ນເປັນກວ້າງໆຈາກການແຂ່ງຂັນຢ່າງດຸເດືອດຢູ່ຕະຫຼາດຈີນ. ໃນກະແສພັດທະນາພະລັງງານໃໝ່ທີ່ເຮັດໃຫ້ໂຄງປະກອບອຸດສາຫະກຳປັບປຸງຄືນໃໝ່, ວິສາຫະກິດຜະລິດລົດຂອງຈີນຕັ້ງໜ້າປະດິດສ້າງໃໝ່, ໄດ້ຮັບຄວາມຄືບໜ້າໃນເຕັກນິກສາມທີ່ສຳຄັນຄື: ດ້ານຖ່ານໄຟ, ເຄື່ອງຈັກໄຟຟ້າ ແລະ ເຕັກນິກຄວບຄຸມພະລັງໄຟຟ້າ, ເຮັດໃຫ້ການຜະລິດລົດຍົນຂອງຈີນໄດ້ກ້າວເຂົ້າສູ່ເສັ້ນທາງແຂ່ງຂັນອັນໃໝ່ອ່ຽມ. ຄວາມສາມາດດ້ານການແຂ່ງຂັນຂອງວິສາຫະກິດຈີນເກີດຂຶ້ນມາຈາກການສະສົມເຕັກນິກ, ການຄຸ້ມຄອງຄຸນນະພາບ ແລະ ການສຳຜັດຂອງຜູ້ບໍລິໂພກ, ໃນເບື້ອງຫຼັງດັ່ງກ່າວແມ່ນພາລະກຳຂອງການປະດິດສ້າງໃໝ່ດ້ວຍຕົນເອງ, ຄວາມໃຝ່ຝັນຕໍ່ການຍົກລະດັບຂະແໜງການ ແລະ ເຫື່ອແຮງຈາກການດຸໝັ່ນຂະຫຍັນພຽນ. ແຕ່ວ່ານັກການເມືອງບາງຄົນຂອງສະຫະພາບເອີຣົບພັດໃສ່ຮ້າຍປ້າຍສີຄວາມພະຍາຍາມຢ່າງບໍ່ລົດລະຂອງປະຊາຊົນຈີນວ່າເປັນ “ການອຸດໜູນລາຄາ”, ເປັນສິ່ງທີ່ຕະຫຼົກຫຼາຍ. ທີ່ຈິງແລ້ວປະເທດຈີນໄດ້ຍົກເລີກການອຸດໜູນຕໍ່ລົດພະລັງງານໄຟຟ້າແຕ່ຕົ້ນປີ 2023 ມາແລ້ວ, ບັດນີ້ສະຫະພາບເອີຣົບພັດວິ່ງເຕັ້ນອອກມາວ່າລາຄາລົດຂອງປະເທດຈີນຕ່ຳລົງຍ້ອນການອຸດໜູນຈຳນວນຫຼວງຫຼາຍ, ແລະກະທົບເຖິງຕະຫຼາດເອີຣົບ, ຄືວ່າປະຕິກິລິຍາຂອງສະຫະພາບເອີຣົບມີຄວາມລ່າຊ້າຫຼາຍ.

ສຳລັບການກວດກາ ແລະ ການລົງໂທດທີ່ອາດຈະເກີດຂຶ້ນກັບລົດພະລັງງານໃໝ່ຂອງຈີນ, ວິສາຫະກິດຈີນກໍບໍ່ຕ້ອງວິຕົກກັງວົນ. ຫຼາຍປີກ່ອນ, ຂະແໜງການຜະລິດໄຟຟ້າຈາກແສງຕາເວັນຂອງຈີນກໍເຄີຍຖືກສະຫະພາບເອີຣົບກີດກັ້ນ ແລະ ລົງໂທດ, ທັງໄດ້ຜະເຊີນກັບສະພາບຫຍຸ້ງຍາກທີ່ຕະຫຼາດຈີນຍັງບໍ່ທັນສຸກງອມ, ແຕ່ສຸດທ້າຍກໍສາມາດພັດທະນາກ້າວຂຶ້ນນຳໜ້າໂລກໄດ້. ອີງຕາມຕົວເລກຂໍ້ມູນທີ່ເປີດເຜີຍໃນປີກາຍນີ້, ຜະລິດຕະພັນການຜະລິດໄຟຟ້າຈາກແສງຕາເວັນຂອງຈີນໄດ້ກວມອັດຕາສ່ວນຂອງຕະຫຼາດໂລກຫຼາຍກວ່າ 70%; ໂດຍຜະເຊີນໜ້າກັບການຂວ້ຳບາດຢ່າງສຸດຂີດຈາກອາເມຣິກາ, ບໍລິສັດຫົວເຫວີຍຈີນກໍສາມາດຜ່ານຜ່າຄວາມຫຍຸ້ງຍາກດ້ານເຄິ່ງຕົວນຳດ້ວຍຄວາມພະຍາຍາມເປັນເວລາ 3 ປີ, ແລະ ໄດ້ເປີດຕົວໂທສະສັບມືຖື Mate 60 pro, ເຊິ່ງເປັນທີ່ຈັບຕາຂອງໂລກ.

ປະເທດຈີນແມ່ນຕະຫຼາດລົດໃຫຍ່ທີ່ສຸດໃນໂລກ, ຕະຫຼາດຈີນກໍເປັນຕະຫຼາດໃຫຍ່ທີ່ສຸດສຳລັບລົດຍົນຍີ່ຫໍ້ຊື່ດັງໃນໂລກຫຼາຍແຫ່ງ, ແລະ ວິສາຫະກິດເຫຼົ່ານີ້ກໍໄດ້ລົງທຶນຢູ່ຈີນຈຳນວນຫຼວງຫຼາຍ, ພ້ອມກັນນັ້ນ, ສິ່ງທີ່ສຳຄັນກວ່າໝູ່ກໍຄື, ໃນຕະຫຼາດຈີນ, ລົດພະລັງງານໃໝ່ໄດ້ກວມອັດຕາສ່ວນຫຼາຍກວ່າ 40% ແລ້ວ, ໃນອະນາຄົດຈະກວມອັດຕາສ່ວນຫຼາຍຂຶ້ນອີກ. ອຸດສາຫະກຳລົດຍົນຈີນ ແລະ ສະຫະພາບເອີຣົບຍັງມີພື້ນທີ່ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ, ໂດຍຜ່ານການພັດທະນາທີ່ມາເປັນເວລາຫຼາຍປີ, ໄດ້ຈໍ່ຕົວຂຶ້ນເປັນສະພາບການທີ່ສອງຝ່າຍມີການພົວພັນກັນຢ່າງແໜ້ນແຟ້ນມາແຕ່ດົນແລ້ວ, ສະຫະພາບເອີຣົບກໍ່ການກວດກາຕ້ານການອຸດໜູນລາຄາຕໍ່ລົດພະລັງງານໄຟຟ້າຂອງຈີນ, ຈະເປັນການທຳລາຍຜົນປະໂຫຍດຂອງຕົນເທົ່ານັ້ນໃນທີ່ສຸດ.