ລັດຖະບານອູແກຣນໄດ້ຈັດຕັ້ງປະຕິບັດຂໍ້ສະເໜີດ້ານການປະຕິຮູບ 7 ຂໍ້ຂອງຄະນະກຳມະການເອີຣົບຢ່າງຮອບດ້ານ

2023-09-27 16:28:56 cri

 

    ວັນທີ 26 ກັນຍານີ້, ທ່ານເດນີສ ຊີມີຮານ ນາຍົກລັດຖະມົນຕີອູແກຣນກ່າວວ່າ, ລັດຖະບານອູແກຣນໄດ້ຈັດຕັ້ງປະຕິບັດຂໍ້ສະເໜີດ້ານການປະຕິຮູບ 7 ຂໍ້ກ່ຽວກັບຖານະບົດບາດປະເທດສໍາຮອງຂອງອູແກຣນທີ່ສະເໜີໂດຍຄະນະກຳມະການ ເອີຣົບຢ່າງຮອບດ້ານ.

    ກ່ອນໜ້ານີ້, ຄະນະກຳມະການເອີຣົບໄດ້ສະເໜີຂໍ້ສະເໜີດ້ານການປະຕິຮູບ 7 ຂໍ້ໃຫ້ແກ່ອູແກຣນ, ອູແກຣນໄດ້ນຳໃຊ້ມາດຕະການທີ່ກ່ຽວຂ້ອງເພື່ອເຂົ້າຮ່ວມສະຫະພາບເອີຣົບຕື່ມອີກ. ເດືອນມິຖຸນາປີກາຍນີ້, ສະພາມົນຕີເອີຣົບໄດ້ຕົກລົງເຫັນດີຕາມຂໍ້ສະເໜີຂອງຄະນະກຳມະການເອີຣົບ, ໂດຍໄດ້ຮັບເອົາອູແກຣນເປັນປະເທດສະມາຊິກສຳຮອງຂອງສະຫະພາບເອີຣົບ, ພ້ອມກັນນັ້ນ ຍັງໄດ້ກຳນົດໃຫ້ຄະນະກຳມະການເອີຣົບລາຍງານສະພາບຈັດຕັ້ງປະຕິບັດຂໍ້ກຳນົດດ້ານການເຂົ້າຮ່ວມສະຫະພາບເອີຣົບຂອງປະເທດຮ້ອງຂໍໃຫ້ແກ່ສະພາມົນຕີເອີຣົບ.