ທາງລົດໄຟຄວາມໄວສູງຂ້າມທະເລເສັ້ນທຳອິດຂອງຈີນເປີດບໍລິການແລ້ວ

2023-09-28 17:44:01 cri

    ວັນທີ 28 ກັນຍານີ້, ທາງລົດໄຟຄວາມໄວສູງຟູຈ້ຽນ-ເຊ້ຍເມີນ ເຊິ່ງເປັນທາງລົດໄຟຄວາມໄວສູງຂ້າມທະເລທີ່ມີຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງເສັ້ນທໍາອິດຂອງຈີນ ໄດ້ເປີດບໍລິການ. ທາງລົດໄຟດັ່ງກ່າວແມ່ນທາງລົດໄຟອັດສະລິຍະອີກເສັ້ນໜຶ່ງຂອງຈີນທີ່ໄດ້ສ້າງສຳເລັດ ແລະ ເປີດບໍລິການແລ້ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການຄົ້ນຄວ້າໃນຂົງເຂດອັດສະລິຍະຂອງທາງລົດໄຟຄວາມໄວສູງຂອງຈີນໄດ້ກ້າວໄປຂ້າງໜ້າອີກກ້າວໜຶ່ງ ແລະ ໄດ້ເພີ່ມພະລັງແຮງຂັບເຄື່ອນອັນໃໝ່ເຂົ້າໃນການສ້າງການຄົມມະນາຄົມແບບອັດສະລິຍະ.