ລົດໄຟຂົນສົ່ງສິນຄ້າຈີນ(ນະຄອນຊີ່ອ່ານ)-ເອີຣົບ ແລ່ນໄດ້ຫລາຍກວ່າ 2 ໝື່ນຂະບວນ

2023-09-28 17:42:15 cri

 

    ເວລາ 10 ໂມງ 30 ນາທີຂອງວັນທີ 28 ກັນຍານີ້, ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບຖ້ຽວ X8489 ທີ່ບັນທຸກລົດຍົນ 165 ຄັນໄດ້ອອກເດີນທາງຈາກສະຖານີລົດໄຟສາກົນຊີ່ອ່ານ ມຸ່ງໜ້າໄປສູ່ນະຄອນຫຼວງມົສກູປະເທດຣັດເຊຍ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າເລີ່ມແຕ່ເປີດບໍລິການໃນປີ 2013 ເປັນຕົ້ນມາ, ລົດໄຟຂົນສົ່ງສິນຄ້າຈີນ(ນະຄອນຊີ່ອ່ານ)-ເອີຣົບ ແລ່ນລົດຫຼາຍກວ່າ 2 ໝື່ນຂະບວນ. ສະຖານີລົດໄຟສາກົນຊີ່ອ່ານໄດ້ເພີ່ມພະລັງແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.