ເຫດລະເບີດທໍ່ສົ່ງນົດສະຕຣີມຄົບຮອບ 1 ປີ ຣັດເຊຍກ່າວວ່າ, ອາເມຣິກາທຳລາຍທໍ່ສົ່ງນົດສະຕຣີມເພື່ອເພີ່ມທະວີການຄວບຄຸມເອີຣົບ

2023-09-28 14:21:54 CRI

 

ວັນທີ 26 ກັນຍານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດນົດສະຕຣີມຄົບຮອບ 1 ປີ. ທ່ານວາຊິລີ ເນເບັນຈາ ຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳອົງການສະຫະປະຊາຊາດກ່າວໃນກອງປະຊຸມວ່າ, ຫຼັກຖານນັບມື້ນັບຫຼາຍສະແດງໃຫ້ເຫັນວ່າ, ການລະເບີດທໍ່ສົ່ງອາຍແກັສທຳມະຊາດນົດສະຕຣີມແມ່ນອາເມຣິກາເປັນຜູ້ກໍ່ເຫດການ, ມີຈຸດປະສົງເພື່ອເພີ່ມທະວີການຄວບຄຸມເອີຣົບ.

 

ທ່ານເນເບັນຈາຊີ້ອອກວ່າ, ການທຳລາຍທໍ່ສົ່ງອາຍແກັສທຳມະຊາດນົດສະຕຣີມເປັນການກໍ່ການຮ້າຍໂດຍແນໃສ່ທຳລາຍພື້ນຖານໂຄງລ່າງສາກົນ, ໄດ້ສ້າງຜົນຢ້ອນຫຼັງທີ່ຮ້າຍແຮງຕໍ່ເສດຖະກິດ ແລະ ສິ່ງແວດລ້ອມຂອງປະເທດຈຳນວນໜຶ່ງ. ເຈຕະນາທີ່ສະກັດກັ້ນການສືບສວນສອບສວນເຫດການດັ່ງກ່າວຈະປະລາໄຊຢ່າງແນ່ນອນ, ຣັດເຊຍຈະສືບຕໍ່ສືບສວນຄວາມເປັນຈິງຂອງເຫດການດັ່ງກາວຢ່າງພາວະວິໄສ ແລະ ເຖິງກົກເຖິງຮາກພາຍໃຕ້ການເຂົ້າຮ່ວມຂອງຣັດເຊຍ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງ, ທັງທາວຫາຄວາມຮັບຜິດຊອບກັບຜູ້ກໍ່ເຫດການ.