ແຂວງເສສວນຈີນຍິນດີຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກ

2023-09-28 14:33:05 CRI


     ວັນທີ 27 ກັນຍາແມ່ນວັນທ່ອງທ່ຽວໂລກ. ໃນມື້ດຽວກັນ, ກິດຈະກຳແນະນຳເປົ້າໝາຍການທ່ອງທ່ຽວທີ່ສຳຄັນຂອງໂລກໃນຫົວຂໍ້ ລາຕີເສສວນທີ່ສະຫງົບສຸກ ໄດ້ຈັດຂຶ້ນຢູ່ນະຄອນອີປີ່ນ ແຂວງເສສວນຂອງຈີນ.

     ກິດຈຳກຳເທື່ອນີ້ແມ່ນມີຜູ້ນຳທ່ຽວທີ່ມີຊື່ສຽງຂອງເສສວນ ແລະຜູ້ແນະນຳການທ່ອງທ່ຽວຈາກຕ່າງປະເທດ 4 ທ່ານຮ່ວມກັນເປັນພິທີກອນ ໂດຍໄດ້ແນະນຳແຫຼ່ງທ່ອງທ່ຽວທີ່ສວຍງາມ ແລະຄວາມສະຫງົບສຸກຂອງເສສວນ ພ້ອມດ້ວຍບ້ານເກີດຂອງໝີແພນດາ ແລະອະລະຍະທຳຂອງເສສວນບູຮານດ້ວຍຮູບແບບຕ່າງໆເຊັ່ນ ການສະແດງ ວິດີໂອ ການຟ້ອນ ແລະອື່ນໆ ເຊິ່ງໄດ້ສະແດງໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຫັນເຖິງຮູບແບບໃໝ່ ແຫ່ງໃໝ່ ແລະຄວາມຮູ້ສຶກໃໝ່ໃນການທ່ອງທ່ຽວວັດທະນະທຳແຂວງເສສວນ.



ຢູ່ສະຖານທີ່ຈັດກິດຈະກຳດັ່ງກ່າວ, ທ່ານຫຼີວຫົງ ຫົວໜ້າພະແນກວັດທະນະທຳ ວິທະຍຸໂທລະພາບ ແລະການທ່ອງທ່ຽວກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານຈື່ແຂວງເສສວນ ແລະທ້າວຕີ່ງເຈິ່ນ ທູດການທ່ອງທ່ຽວວັດທະນະທຳແຂວງເສສວນໄດ້ແນະນຳປະຫວັດສາດທີ່ຍາວນານ ມໍລະດົກວັດທະນະທຳທີ່ປະຈັກຕາຊາວໂລກ ແລະຊັບພະຍາກອນການທ່ອງທ່ຽວວັດທະນະທຳທີ່ອຸດົມສົມບູນຂອງບ້ານເກີດຕົນໃຫ້ຜູ້ຊົມທັງຫຼາຍ.



ກິດຈະກຳດັ່ງກ່າວໄດ້ຜ່ານການຖ່າຍທອດສົດທາງອິນເຕີເນັດ, ໃຫ້ປະຊາຊົນທົ່ວໂລກຮັບຮູ້ເປົ້າໝາຍການທ່ອງທ່ຽວທີ່ສຳຄັນຂອງໂລກ.