ເລີ່ມກໍ່ສ້າງເຄືອຂ່າຍສາຍສົ່ງໄຟຟ້າທີ່ມີແຮງດັນສູງພິເສດ 750 kv ທີ່ໃຫຍ່ທີ່ສຸດຂອງຈີນ

2023-09-28 17:45:34 cri

    ຕອນເຊົ້າວັນທີ 28 ກັນຍານີ້, ໂຄງການເຄືອຂ່າຍສາຍສົ່ງໄຟຟ້າທີ່ມີແຮງດັນສູງພິເສດ 750 kv ທີ່ອ້ອມເຂດອ່າງຕາຣີມເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງໄດ້ເລີ່ມກໍ່ສ້າງ, ຫຼັງຈາກສ້າງສໍາເລັດແລ້ວ, ໂຄງການດັ່ງກ່າວຈະເປັນເຄືອຂ່າຍສາຍສົ່ງໄຟຟ້າທີ່ມີແຮງດັນສູງພິເສດ 750 kv ທີ່ໃຫຍ່ທີ່ສຸດຂອງຈີນ.

    ໂຄງການດັ່ງກ່າວແມ່ນໂຄງການສຳຄັນດ້ານການພັດທະນາພະລັງງານໄຟຟ້າຂອງແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ມີເນື້ອທີ່ປົກຄຸມເຖິງ 1.080.000 ກິໂລຕາແມັດ ທໍ່ກັບ 1 ສ່ວນ 9 ຂອງເນື້ອທີ່ທາງບົກຂອງຈີນ.