ເປີດເຜີຍດັດຊະນີການປະດິດສ້າງໃໝ່ຂອງໂລກປີ 2023 ຈີນຢູ່ອັນດັບທີ 12

2023-09-28 10:56:27 CRI

 

ວັນທີ 27 ກັນຍານີ້, ອົງການຊັບສິນທາງປັນຍາໂລກໄດ້ເປີດເຜີຍບົດລາຍງານ “ດັດຊະນີການປະດິດສ້າງໃໝ່ຂອງໂລກປີ 2023” ໂດຍສະແດງໃຫ້ເຫັນວ່າ, ໃນສົກປີນີ້, ຈີນໄດ້ຢູ່ອັນດັບທີ 12, ສະວິດ, ຊູແອັດ, ອາເມຣິກາ, ອັງກິດ ແລະ ສິງກະໂປຢູ່ 5 ອັນດັບທຳອິດ.

 

ເນື້ອໃນບົດລາຍງານລະບຸວ່າ, ໃນ 10 ປີທີ່ຜ່ານມາ, ອິນໂດເນເຊຍ, ຈີນ, ຕູຣາເຄຍ, ອິນເດຍ, ຫວຽດນາມ, ຟິລິບປິນ ແລະ ອີຣານເປັນກຸ່ມເສດຖະກິດລາຍຮັບປານກາງທີ່ຍົກລະດັບໄວຂຶ້ນທີ່ສຸດໃນບັນຊີລຽງລຳດັບດັດຊະນີການປະດິດສ້າງໃໝ່ຂອງໂລກ.

 

ເນື້ອໃນບົດລາຍງານລະບຸຕື່ມວ່າ, ປີ 2022, ຍອດມູນຄ່າການລົງທຶນຄວາມສ່ຽງໄດ້ຫຼຸດລົງເກືອບ 40% ເມື່ອທຽບໃສ່ ປີ 2021, ເຊິ່ງສະແດງໃຫ້ເຫັນວ່າ ສະພາບແວດລ້ອມການລະດົມທຶນຄວາມສ່ຽງໄດ້ຊຸດໂຊມລົງ.