ລ່ອງເຮືອຢູ່ທະເລສາບຊີຫູ, ຜູກມິດໄມຕີກັບເພື່ອນມິດອາຊີ

2023-09-28 14:15:36 CRI


    ນອກຈາກການແຂ່ງຂັນກິລາແລ້ວ, ທາງເຈົ້າພາບຈັດງານມະຫາກໍາກິລາເອຊຽນເກມຫາງໂຈ່ວຍັງໄດ້ຈັດຫຼາຍກິດຈະກໍາເພື່ອແລກປ່ຽນວັດທະນະທໍາ ແນໃສ່ເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງບັນດາປະເທດຢູ່ໃນອາຊີ. ເນື່ອງໃນໂອກາດບຸນໄຫວ້ພະຈັນເຊິ່ງເປັນບຸນປະເພນີທີ່ເປັນມູນເຊື້ອຂອງຈີນໃກ້ຈະມາເຖິງ, ທາງເຈົ້າພາບໄດ້ເຊີນຊວນຄະນະຜູ້ແທນຈາກປະເທດຕ່າງໆທີ່ເຂົ້າຮ່ວມງານເອຊຽນເກມຄັ້ງນີ້ໄປທ່ຽວຊົມຄວາມງາມຂອງທະເລສາບຊີຫູ ໃນຍາມຄ່ຳຄືນທີ່ເປັນສັນຍາລັກຂອງນະຄອນຫາງໂຈ່ວ. ທິວທັດທໍາມະຊາດຂອງທະເລສາບ ຊີຫູ ຈະເປັນຄືແນວໃດ? ຢູ່ພາຍໃນງານຈະມີເລື່ອງລາວຫຍັງແດ່? ມາຕິດຕາມຊົມນໍາກັນ.