ປີ 2023 ຜູ້ບໍລິໂພກຊາວເຢຍລະມັນຍາກທີ່ຈະຟື້ນຟູຄວາມໝັ້ນໃຈໄດ້

2023-09-28 14:44:00 CRI


ວັນທີ 27 ກັນຍານີ້, ອົງການ ເກເຊວສະກະຟຸດ ເຟີ ຄອນຊຳໂຟຊຸງ ຫຼື GFK ທີ່ເປັນອົງການຄົ້ນຄວ້າຕະຫຼາດເຢຍລະມັນໄດ້ເປີດເຜີຍຕົວເລກດັດຊະນີຄວາມໝັ້ນໃຈຂອງຜູ້ບໍລິໂພກຊາວເຢຍລະມັນໃນເດືອນກັນຍາ, ໂດຍສະແດງໃຫ້ເຫັນວ່າ, ຄວາມໝັ້ນໃຈຂອງຜູ້ບໍລິໂພກຊາວເຢຍລະມັນສືບຕໍ່ຫຼຸດລົງຮອດ -25,6 ໃນເດືອນກັນຍາ.

 

ຜູ້ຊ່ຽວຊານດ້ານການບໍລິໂພກຜູ້ໜຶ່ງຂອງອົງການ GFK ກ່າວວ່າ, ເລື່ອງນີ້ໝາຍຄວາມວ່າຄວາມອາດເປັນໄປໄດ້ທີ່ຈະຟື້ນຟູຄວາມໝັ້ນໃຈຂອງຜູ້ບໍລິໂພກຊາວເຢຍລະມັນໃນປີນີ້ເກືອບເປັນສູນເລີຍ. ຊ່ຽວຊານຜູ້ນີ້ວິເຄາະວ່າ, ສາເຫດທີ່ພາໃຫ້ເກີດສະພາບການແນວນີ້ເປັນຍ້ອນວ່າ ລາຄາອາຫານ ແລະ ພະລັງງານເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ໄພເງິນເຟີ້ຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.

 

ຕົວເລກດັດຊະນີຄວາມໝັ້ນໃຈຜູ້ບໍລິໂພກຊາວເຢຍລະມັນເປັນຕົວເລກຊີ້ວັດອັນສຳຄັນໃນການຄາດຄະເນທ່ວງທ່າເສດຖະກິດ ແລະ ທ່ວງທ່າການບໍລິໂພກຂອງພົນລະເມືອງເຢຍລະມັນ.