ຈີນມີຄວາມສາມາດ ແລະ ມີຄວາມຕັດສິນໃຈນຳໃຊ້ມາດຕະການທີ່ຈຳເປັນທຸກຢ່າງເພື່ອປົກປ້ອງການພັດທະນາຂະແໜງການປະມົງທາງທະເລຢ່າງປອດໃສ

2023-09-28 10:54:24 cri


ວັນທີ 27 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ນະໂອກາດນີ້ມີນັກຂ່າວຖາມວ່າ: ມີຂ່າວລາຍງານວ່າ ລັດຖະບານຈີນພວມດຳເນີນການຕິດຕາມກວດກາກຳມັນຕະພາບລັງສີໃນສິ່ງແວດລ້ອມທາງທະເລພາຍໃນເຂດທະເລທີ່ຈີນຄຸ້ມຄອງ. ດັ່ງນັ້ນ, ຈີນຈະເປີດເຜີຍຕົວເລກຂໍ້ມູນທີ່ກ່ຽວຂ້ອງໃນຍາມໃດ?

ທ່ານວ່າງເວີນປິ່ນກ່າວວ່າ: ການດຳເນີນການຕິດຕາມກວດກາກຳມັນຕະພາບລັງສີໃນສິ່ງແວດລ້ອມທາງທະເລ, ນຳໃຊ້ມາດຕະການສຸກເສີນຕໍ່ການນຳເຂົ້າຜະລິດຕະພັນນ້ຳຂອງຍີ່ປຸ່ນ ແລະ ເພີ່ມທະວີການຕິດຕາມກວດກາຄວາມສ່ຽງມົນລະພິດນິວເຄຣຍທີ່ມີຕໍ່ຜະລິດຕະພັນທາງທະເລ, ການກະທຳເຫຼົ່ານີ້ລ້ວນແຕ່ແມ່ນມາດຕະການທີ່ຖືກຕ້ອງ ແລະ ສົມເຫດສົມຜົນຂອງລັດຖະບານຈີນເພື່ອຮັບມືກັບການລະບາຍນ້ຳປົນເປື້ອນລັງສີນິວເຄຣຍຟູຄູຊິມະລົງສູ່ທະເລ, ປົກປັກຮັກສາຜົນປະໂຫຍດຂອງປະເທດຊາດກໍຄືສິດ ແລະ ຜົນປະໂຫຍດຂອງປະຊາຊົນ.

ທ່ານວ່າງເວີນປິ່ນຢືນຢັນວ່າ: ຍີ່ປຸ່ນຈະລະບາຍນ້ຳປົນເປື້ອນລັງສີນິວເຄຣຍຟູຄູຊີມະລົງສູ່ທະເລເປັນເວລາຫຼາຍສິບປີ, ຈະສາມາດແກ້ໄຂນ້ຳເຫຼົ່ານີ້ໃຫ້ໄດ້ມາດຕະຖານຫຼືບໍ່ແມ່ນບໍ່ມີຄວາມແນ່ນອນຫຼາຍທີ່ສຸດ. ສິ່ງທີ່ຢາກເນັ້ນໜັກນັ້ນແມ່ນ ລັດຖະບານຈີນມີຄວາມສາມາດ ແລະ ມີຄວາມຕັດສິນໃຈນຳໃຊ້ມາດຕະການທີ່ຈຳເປັນທຸກຢ່າງ ເພື່ອປົກປັກຮັກສາຜົນປະໂຫຍດຂອງປະເທດຊາດ ແລະ ສຸຂະພາບຂອງປະຊາຊົນຢ່າງແທ້ຈິງ, ປົກປ້ອງການພັດທະນາຂະແໜງການປະມົງທາງທະເລຢ່າງປອດໃສ.