ທ່ານເຮີລີ້ເຟີ່ງຈະເດີນທາງໄປເຢຍລະມັນເພື່ອເປັນປະທານຈັດກອງປະຊຸມສົນທະນາການເງິນການທະນາຄານລະດັບສູງຈີນ-ເຢຍລະມັນຄັ້ງທີ 3

2023-09-28 17:48:06 cri


    ວັນທີ 28 ກັນຍານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ, ໂດຍຜ່ານການເປິກສາຫາລືລະຫວ່າງຈີນ-ເຢຍລະມັນ, ກອງປະຊຸມສົນທະນາການເງິນການທະນາຄານລະດັບສູງຈີນ-ເຢຍລະມັນຄັ້ງທີ 3 ຈະຈັດຂຶ້ນຢູ່ເຢຍລະມັນໃນວັນທີ 1 ຕຸລາທີ່ຈະມາເຖິງ. ທ່ານເຮີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ຜູ້ນຳຝ່າຍຈີນຂອງກອງປະຊຸມສົນທະນາການເງິນການທະນາຄານລະດັບສູງຈີນ-ເຢຍລະມັນ ແລະ ທ່ານຄຣີສຕີອັນ ລິດເນີ ລັດຖະມົນຕີກະຊວງການເງິນເຢຍລະມັນ  ຜູ້ນຳ ຝ່າຍເຢຍລະມັນຂອງກອງປະຊຸມສົນທະນາການເງິນການທະນາຄານລະດັບສູງຈີນ-ເຢຍລະມັນຈະຮ່ວມກັນເປັນປະທານຈັດກອງປະຊຸມດັ່ງກ່າວ.