ງານວາງສະແດງ “ການເດີນທາງເພື່ອສຳຜັດກັບອະລິຍະທຳ” ຂອງ CMG ໄດ້ຈັດຂຶ້ນຢູ່ຮົງກົງ ແລະ ມາກາວv

2023-09-29 22:07:34 cri

ວັນທີ 29 ກັນຍາ 2023, ພິທີໄຂງານວາງສະແດງສັນຈອນທົ່ວໂລກ-ງານວາງສະແດງພິເສດໃນເຂດບໍລິຫານພິເສດຮົງກົງ-ມາກາວ “ການເດີນທາງເພື່ອສຳຜັດກັບອະລິຍະທຳ” ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຈັດຂຶ້ນຢູ່ເຂດບໍລິຫານພິເສດຮົງກົງ ແລະ ເຂດບໍລິຫານພິເສດມາກາວໃນເວລາດຽວກັນ.

ໃນໂອກາດກ່າວປາໄສທາງວິດີໂອ, ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ກ່າວວ່າ: ອະລິຍະທຳຈີນແມ່ນອະລິຍະທຳພຽງໜຶ່ງດຽວໃນໂລກທີ່ສືບເນື່ອງມາຈົນຮອດປັດຈຸບັນ ແລະ ບໍ່ເຄີຍຂາດສະບັ້ນ, ຍິນດີຕ້ອນຮັບເພື່ອນມິດຊາວຮົງກົງ ແລະ ມາກາວກ້າວເຂົ້າສູ່  “ການເດີນທາງເພື່ອສຳຜັດກັບອະລິຍະທຳ”, ເພື່ອຊອກຮູ້ອະລິຍະທຳຈີນທີ່ມີປະຫວັດຄວາມເປັນມາອັນຍາວນານ ແລະ ວັດທະນະທຳຈີນທີ່ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ ແລະ ກວ້າງຂວາງ, ເພີ່ມການຍອມຮັບຕໍ່ປະເທດຊາດ ແລະ ຄວາມພາກພຸມໃຈຕໍ່ຊົນຊາດ, ຕັ້ງໜ້າເຊື່ອມເຂົ້າໃນສະພາບລວມດ້ານການພັດທະນາແຫ່ງຊາດ.

ງານວາງສະແດງຈະຈັດຂຶ້ນເລີ່ມແຕ່ວັນທີ 29 ກັນຍາເປັນຕົ້ນໄປ ແລະ ຈະວາງສະແດງເປັນເວລາ 1 ເດືອນ.