ຈີນກ່າວປະນາມປະເທດຕາເວັນຕົກກໍລະນີທີ່ລ່ວງລະເມີດສິດທິມະນຸດຂອງຊົນເຜົ່າພື້ນເມືອງ

2023-09-29 15:13:57 CRI

ຜູ້ແທນຂອງຈີນໄດ້ປະກອບຄຳເຫັນໃນກອງປະຊຸມສະພາມົນຕີສິດທິມະນຸດ ຂອງອົງການສະຫະປະຊາຊາດຄັ້ງທີ 54 ໂດຍໄດ້ເຜີຍແບການກະທຳອັນຊົ່ວຮ້າຍ ຂອງປະເທດຕາເວັນຕົກ ເຊັ່ນ ອາເມຣິກາ, ການາດາ ແລະ ອົດສະຕຣາລີ ທີ່ໄດ້ລ່ວງລະເມີດສິດທິມະນຸດຂອງຊົນເຜົ່າພື້ນເມືອງ.


ຜູ້ແທນຈີນກ່າວວ່າ: ໃນປະຫວັດສາດ, ອາເມຣິກາ, ການາດາ ແລະ ອົດສະຕຣາລີເປັນຕົ້ນໄດ້ປຸ້ນເອົາຊັບພະຍາກອນທີ່ດິນຂອງຊາວບ້ານດັ້ງເດີມ, ກົດຂີ່ຊາວບ້ານດັ້ງເດີມເປັນຂ້າທາດຢ່າງທາລຸນ, ດຳເນີນການເຄັ່ນຂ້າຢ່າງຂະໜາດໃຫຍ່ ຈົນກະທັ້ງຂ້າລ້າງເຜົ່າພັນ ແລະ ດັບສູນວັດທະນະທຳຂອງຊົນເຜົ່າພື້ນເມືອງ, ຈົນຮອດປັດຈຸບັນຍັງປະຕິບັດນະໂຍບາຍ ແລະ ກົດໝາຍທີ່ມີການຈຳແນກຕໍ່ຊົນເຜົ່າພື້ນເມືອງພາຍໃນປະເທດຕົນ, ລ່ວງລະເມີດສິດທິມະນຸດພື້ນຖານປະເພດຕ່າງໆ ລວມທັງການມີສ່ວນຮ່ວມທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ການພັດທະນາຂອງຊົນເຜົ່າພື້ນເມືອງຢ່າງໜັກໜ່ວງ, ເປັນລະບົບ ແລະ ເປັນໄລຍະຍາວນານ.


ຜູ້ແທນຈີນເຕືອນໃຫ້ປະເທດທີ່ກ່ຽວຂ້ອງປະເຊີນກັບອາຊະຍາກຳດ້ານສິດທິມະນຸດຂອງຕົນຢ່າງຖືກຕ້ອງ, ແບກຫາບຄວາມຮັບຜິດຊອບທາງປະຫວັດສາດ ແລະ ພັນທະດ້ານສິດທິມະນຸດ, ກັບຕົວກັບໃຈທັນທີ ບໍ່ລ່ວງລະເມີດສິດທິມະນຸດຂອງຊາວບ້ານດັ້ງເດີມອີກ ແລະ ນຳໃຊ້ມາດຕະການແທ້ຈິງເພື່ອຮັບປະກັນໃຫ້ຊາວບ້ານດັ້ງເດີມມີສິດທິມະນຸດອັນຄວນ.