ຈັດງານລ້ຽງຮັບຮອງສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 74 ປີຢູ່ນະຄອນຫຼວງປັກກິ່ງ

2023-09-29 15:14:43 cri

ຕອນຄ່ຳວັນທີ 28 ກັນຍານີ້, ງານລ້ຽງຮັບຮອງສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 74 ປີ ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ.

ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນໃນພິທີດັ່ງກ່າວ. ກ່ອນອື່ນ, ທ່ານສີຈິ້ນຜິງໄດ້ຕາງໜ້າສູນກາງພັກຄອມມູນິດຈີນ ແລະ ຄະນະລັດຖະບານຈີນ ສະແດງຄວາມເຄົາລົບອັນສູງສົ່ງໄປຍັງນາຍ ແລະ ພົນທະຫານກອງທັບປົດປ່ອຍປະຊາຊົນຈີນ ແລະ ຕຳຫຼວດປະກອບອາວຸດ ກໍຄືພັກຝ່າຍປະຊາທິປະໄຕ ແລະ ບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ; ສະແດງການຢື້ຢາມຖາມຂ່າວດ້ວຍຄວາມຈິງໃຈໄປຍັງພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວ, ໄຕ້ຫວັນ ແລະ ພີ່ນ້ອງຊາວຈີນທີ່ຢູ່ຕ່າງປະເທດ; ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈໄປຍັງປະເທດເພື່ອນມິດ ແລະ ບຸກຄົນທີ່ເປັນມິດກັບຈີນໃນສາກົນທີ່ເອົາໃຈໃສ່ ແລະ ສະໜັບສະໜູນການສ້າງຄວາມທັນສະໄໝແບບຈີນ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ໃນຂະບວນການອອກເດີນທາງຄັ້ງໃໝ່, ອະນາຄົດຂອງເຮົາແມ່ນເຕັມໄປດ້ວຍຄວາມສະຫວ່າງສະໄຫວ. ຄວາມສາມັກຄີຄືພະລັງ, ຄວາມໝັ້ນໃຈມີຄວາມລ້ຳຄ່າຫຼາຍກວ່າຄຳ. ພວກເຮົາຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວ, ເຮັດໃຫ້ຈິດໃຈຫ້າວຫັນຂຶ້ນ, ສາມັກຄີສູ້ຊົນຮ່ວມກັນ, ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ເດີນທາງກ້າວໄປສູ່ເປົ້າໝາຍອັນຍິ່ງໃຫຍ່ແຫ່ງການສ້າງປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ.

ທ່ານຫຼີສຽງເປັນປະທານພິທີຂອງງານ , ທ່ານຈ້າວເລີ້ຈີ້, ທ່ານຫວາງຮູ້ນິງ, ທ່ານຊ້າຍສີ, ທ່ານຕິ່ງເຊ່ສຽງ, ທ່ານຫຼີຊີ່ ແລະ ທ່ານຫານເຈີ້ງໄດ້ເຂົ້າຮ່ວມງານລ້ຽງຮັບຮອງດັ່ງກ່າວ.