ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຈີນຄັ້ງທີ 134 ຈະຈັດຂຶ້ນລະຫວ່າງວັນທີ 15 ຕຸລາຫາວັນທີ 4 ພະຈິກຢູ່ນະຄອນກວາງໂຈ່ວ

2023-09-29 15:34:34 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດຂຶ້ນໃນວັນທີ 28 ກັນຍານີ້, ທ່ານນາງໂກ່ວຖິງຖິງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຈີນຄັ້ງທີ 134 ຈະຈັດຂຶ້ນລະຫວ່າງວັນທີ 15 ຕຸລາຫາວັນທີ 4 ພະຈິກປີນີ້ຢູ່ນະຄອນກວາງໂຈ່ວ, ເມື່ອທຽບໃສ່ຄັ້ງຜ່ານມາ, ງານວາງສະແດງເທື່ອນີ້ມີເນື້ອທີ່ວາງສະແດງກວ້າງກວ່າ, ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງມີຫຼາຍກວ່າ ແລະ ມີຄຸນນະພາບດີກວ່າ.

ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຈີນຄັ້ງນີ້ມີເນື້ອທີວາງສະແດງ 155 ເຮັກຕາ, ເຂດວາງສະແດງເພີ່ມຂຶ້ນເປັນ 55 ແຫ່ງ, ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງເປັນຄັ້ງທຳອິດມີຫຼາຍກວ່າ 4.900 ແຫ່ງ.

ໃນໄລຍະຈັດງານວາງສະແດງຄັ້ງນີ້, ຍັງຈະຈັດກອງປະຊຸມເວທີເປິກສາຫາລືສະເພາະການຄ້າສີຂຽວ ແລະ ການຄ້າຫັນເປັນແບບດີຈີຕອນ, ກອງປະຊຸມເວທີເປິກສາຫາລືຂະແໜງການຕ່າງໆເຊັ່ນ: ເຄື່ອງໃຊ້ໄຟຟ້າດີຈີຕອນ, ອຸປະກອນການແພດ ແລະອື່ນໆ, ນອກນີ້ຍັງຈະສືບຕໍ່ມອບລາງວັນການປະດິດສ້າງໃໝ່ດ້ານການອອກແບບຂອງງານວາງສະແດງສິນຄ້ານຳເຂົ້າສົ່ງອອກຈີນ.