ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ເປີດໃຫ້ສື່ມວນຊົນສະໝັກເຂົ້າຮ່ວມ

2023-09-29 15:16:28 cri

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ລະຫວ່າງວັນທີ 5 ຫາ 10 ພະຈິກ 2023. ລະບົບລົງທະບຽນ ແລະ ສະໝັກເຂົ້າຮ່ວມສຳລັບຊື່ມວນຊົນຈະເປີດບໍລິການຕໍ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດຈີນລະຫວ່າງວັນທີ 28 ກັນຍານີ້ ຫາວັນທີ 20 ຕຸລາໜ້ານີ້.

ນັກຂ່າວສື່ມວນຊົນສາມາດລົງທະບຽນ ແລະ ສະໝັກເຂົ້າຮ່ວມໂດຍຜ່ານເວັບໄຊ www.ciie.org, ແອັບມືຖື  ແລະ ເວທີທາງການອື່ນໆຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ.