ສາຍຜູກພັນຂອງທ່ານສີຈິ້ນຜິງທີ່ມີຕໍ່ບ້ານເກີດເມືອງນອນ ຄອບຄົວ ແລະ ປະເທດຊາດ

2023-09-29 16:26:13 CRI


ວັນທີ 29 ກັນຍານີ້ກົງກັບມື້ເພັງເດືອນ8 ຕາມຈັນທະຄະຕິຈີນ ແມ່ນບຸນໄຫວ້ພະຈັນ ບຸນປະເພນີສຳຄັນຂອງຈີນ. ໃນເວລາເປັນພັນປີມານີ້, ບຸນໄຫວ້ພະຈັນໄດ້ບັນຈຸຄວາມປາດຖະໜາອັນດີງາມຂອງຊາວຈີນທີ່ຢາກເຕົ້າໂຮມຄວາມສາມັກຄີ ແລະມີຄວາມປອງດອງກັນ, ທັງສ່ອງແສງໃຫ້ເຫັນເຖິງຄວາມຄິດຮອດຄິດເຖິງ ບ້ານເກີດເມືອງນອນ ແລະ ຄອບຄົວຍາດຕິພີ່ນ້ອງ.



ເດືອນກັນຍາປີ 2013, ພໍດີຖືກກັບມື້ບຸນໄຫວ້ພະຈັນຂອງຈີນ, ຢູ່ມະຫາວິທະຍາໄລນາຈາບາເຢັບປະເທດກາຊັກສະຖານ, ທ່ານສີຈິ້ນຜິງໄດ້ກ່າວປາຖະກະຖາກ່ຽວກັບຮ່ວມກັນສ້າງ “ແລວເສດຖະກິດເສັ້ນທາງສາຍໄໝ” ເຊິ່ງຖືເປັນນິມິດໝາຍໃນປະຫວັດສາດ. ໃນໂອກາດນີ້, ທ່ານສີຈິ້ນຜິງໄດ້ແນະນຳໃຫ້ອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລນາຈາບາເຢັບຮູ້ວ່າ: “ແຂວງສ້ານຊີ່ທີ່ເປັນບ້ານເກີດເມືອງນອນຂອງຂ້າພະເຈົ້າ, ກໍຕັ້ງຢູ່ຈຸດເລີ່ມຕົ້ນຂອງເສັ້ນທາງສາຍໄໝບູຮານ.”

ແຂວງສ້ານຊີ່ເປັນບ້ານເກີດເມືອງນອນຂອງທ່ານສີຈິ້ນຜິງ, ເພິ່ນເຄີຍເຮັດວຽກ ແລະ ດຳລົງຊີວິດຢູ່ທີ່ແຫ່ງນັ້ນເປັນເວລາຫຼາຍປີ. ເດືອນຕຸລາປີ 1975, ກ່ອນຈະລາຈາກບ້ານຫຼຽງເຈ່ຍເຫີແຂວງສ້ານຊີ່, ທ່ານສີຈິ້ນຜິງບອກຊາວບ້ານວ່າ: “ຂ້າພະເຈົ້າເດີນທາງຈາກບ່ອນນີ້, ກັບໄປຮຽນຢູ່ມະຫາວິທະຍາໄລໃນຕົວເມືອງ. ທຸກສິ່ງຢ່າງທີ່ບ້ານຫຼຽງເຈ່ຍເຫີມອບໃຫ້ຂ້າພະເຈົ້ານັ້ນ, ຈະບໍ່ມີວັນຫຼົງລືມຕະຫຼອດຊີວິດ.”



ຫຼັງຈາກນັ້ນ 30 ກວ່າປີ, ຄືປີ 2013, ທ່ານສີຈິ້ນຜິງທີ່ເປັນຜູ້ນຳປະເທດຈີນໄດ້ເດີນທາງໄປຢ້ຽມຢາມໂກສຕາຣີກາ, ໃນຕອນໄປຢ້ຽມຢາມເຮືອນຊາວກະສິກອນຜູ້ໜຶ່ງ, ທ່ານສີຈິ້ນຜິງໄດ້ກ່າວເຖິງປະສົບການທີ່ຕົນເອງເຄີຍເປັນຊາວກະສິກອນຢູ່ບ້ານຫຼຽງເຈ່ຍເຫີ.


ຫຼາຍປີຜ່ານໄປ, ທ່ານສີຈິ້ນຜິງໄດ້ນຳເອົາເຄື່ອງໃຊ້ຂອງສອຍສຳລັບສະຫຼອງ ບຸນກຸດຈີນໄປຢ້ຽມຢາມພີ່ນ້ອງປະຊາຊົນຢູ່ບ້ານຫຼຽງເຈ່ຍເຫີ, ພໍເຂົ້າສູ່ເຮືອນຖ້ຳທີ່ ຕົນເອງລຶ້ງເຄີຍດີ, ກໍປຽບເໝືອນໄດ້ກັບຄືນເຮືອນຂອງຕົນເອງ, ນັ່ງເທິງຕຽງເຕົາໄຟແບບທຳມະຊາດ.



ເມືອງເຈີ້ງຕິ້ງແຂວງເຫີເປີຍ ເປັນ “ບ້ານເມືອງເກົ່າ” ທີ່ທ່ານສີຈິ້ນຜິງຄິດຮອດຄິດເຖິງຢູ່ເລື້ອຍໆ.


ໃນລະດູໃບໄມ້ປົ່ງຂອງປີ 1982, ທ່ານສີຈິ້ນຜິງໄດ້ປະຖິ້ມເງື່ອນໄຂທີ່ດີຢູ່ນະຄອນຫຼວງປັກກິ່ງ, ຫາກໄປເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍທີ່ທຸກຍາກສົມຄວນ. ໃນໄລຍະ 3 ປີຕໍ່ມາ, ທ່ານສີຈິ້ນຜິງໄດ້ເຮັດວຽກຢ່າງມີປະດິດສ້າງເປັນຈຳນວນຫຼວງຫຼາຍ, ໄດ້ຮັບເລືອກຕັ້ງເປັນເລຂາຄະນະພັກເມືອງເຈີ້ງຕິ້ງ. ຄືດັ່ງທີ່ ທ່ານສີຈິ້ນຜິງກ່າວໄວ້ວ່າ: “ເຖິງວ່າຢູ່ເມືອງເຈີ້ງຕິ້ງມາເປັນເວລາພຽງ 3 ປີປາຍ ເທົ່ານັ້ນກໍຕາມ, ແຕ່ເປັນເວລາ 3 ປີທີ່ບໍ່ທຳມະດາ.” “ບໍ່ທຳມະດາ”, ກໍເປັນ ຍ້ອນວ່າທ່ານສີຈິ້ນຜິງໄດ້ຖືເອົາຈິດໃຈຂອງຕົນເອງເຊື່ອມສານເຂົ້າກັບປະຊາຊົນ ຢ່າງສະໜິດແໜ້ນ.



ຈາກບ້ານຫຼຽງເຈ່ຍເຫີ ຮອດເມືອງເຈີ້ງຕິງ, ຈາກແຂວງຟູຈ້ຽນ  ຮອດແຂວງເຈີ້ຈ່ຽງ ກຳແພງນະຄອນຊຽງໄຮ້, ນະຄອນຫຼວງປັກກິ່ງ, ຈົນຮອດການໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ແລະ ປະທານປະເທດຈີນ, ບໍ່ວ່າທ່ານສີຈິ້ນຜິງໄປຮອດບ່ອນໃດ, ກໍນຳເອົາສາຍຜູກພັນແບບລຽບງ່າຍບໍລິສຸດຕໍ່ປະຊາຊົນໄປຮອດບ່ອນນັ້ນ.


ວັນທີ 23 ກັນຍາ 2023, ບຸນໄຫວ້ພະຈັນໃກ້ຈະໝູນວຽນມາເຖິງອີກ. ທ່ານສີຈິ້ນຜິງ ພ້ອມພັນລະຍາ ທ່ານນາງເຜີງລີ້ຢວນໄດ້ຈັດງານລ້ຽງຢູ່ແຄມໜອງຊີ່ຫູນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ ເພື່ອຕ້ອນຮັບແຂກຜູ້ມີກຽດສາກົນທີ່ເດີນທາງໄປເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຄັ້ງທີ19ທີ່ຫາງໂຈ່ວ. ໃນເວລາກ່າວຄຳປາໄສ, ທ່ານສີຈິ້ນຜິງໄດ້ນຳສະເໜີແຂວງເຈີ້ຈ່ຽງຕໍ່ບັນດາແຂກຜູ້ມີກຽດຢ່າງສຸດໃຈວ່າ: “ແຂວງເຈີ້ຈ່ຽງຍຶດໝັ້ນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ເລັ່ງການພັດທະນາດ້ວຍຄຸນນະພາບສູງ, ພວມສ້າງສາເຂດສາທິດແຫ່ງຄວາມຮັ່ງມີຮ່ວມກັນ, ເປັນຜູ້ນຳໜ້າໃນດ້ານຄວາມທັນສະໄໝແບບຈີນ.”


ທ່ານສີຈິ້ນຜິງເຄີຍເຮັດວຽກເປັນການນຳຢູ່ແຂວງເຈີ້ຈ່ຽງເປັນເວລາ 6 ປີ, ໄດ້ນຳພາ ແລະ ເປັນສັກຂີພິຍານແກ່ການພັດທະນາອັນໃໝ່ຢູ່ທີ່ແຫ່ງນີ້. ການກັບມາຢ້ຽມຢາມໃນຄັ້ງນີ້, ທ່ານສີຈິ້ນຜິງໄດ້ມີຄວາມຮຽກຮ້ອງສູງກວ່າເກົ່າ ໂດຍຫວັງຢາກໃຫ້ແຂວງເຈີ້ຈ່ຽງສ້າງແບບຢ່າງທີ່ດີໃນການສ້າງເຂດສາທິດແຫ່ງຄວາມຮັ່ງມີຮ່ວມກັນ, ແລະສ້າງຕົວແບບອັນໃໝ່ແຫ່ງຄວາມທັນສະໄໝແບບຈີນ, ຊຸກຍູ້ໃຫ້ພາລະກິດຕ່າງໆຂຶ້ນສູ່ລະດັບສູງກວ່າເກົ່າເລື້ອຍໆ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.


ໃນການປົກຄອງບໍລິຫານປະເທດໃຫຍ່ທີ່ມີປະຊາຊົນ 1,4 ຕື້ກວ່າຄົນ, ທ່ານສີຈິ້ນຜິງໄດ້ຫັນເອົາສາຍຜູກພັນທີ່ມີຕໍ່ບ້ານເກີດເມືອງນອນ, ຄອບຄົວ ແລະ ປະເທດຊາດ ໃຫ້ເປັນຄວາມໝາຍໝັ້ນ ແລະ ອຸທິດຕົນຢ່າງບໍ່ເຫັນແກ່ຕົວເພື່ອບັນລຸ ຊີວິດອັນດີງາມຂອງປະຊາຊົນທົ່ວປະເທດຈີນ, ເຊິ່ງສະຫຼຸບເປັນປະໂຫຍກໜຶ່ງຄື: “ບໍ່ຄິດເພື່ອຕົນເອງ, ບໍ່ເຮັດໃຫ້ປະຊາຊົນຜິດຫວັງ.”