ຄວາມຍິ່ງໃຫຍ່ ແລະ ຄວາມຖ່ອມຕົວຂອງຈີນໄດ້ຮັບການເຄົາລົບນັບຖື ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະເທດຕ່າງໆນັບມື້ນັບຫຼາຍຂຶ້ນ

2023-09-29 14:22:07 cri

ເມື່ອບໍ່ດົນມານີ້, ທ່ານບາຊາ ອານ-ອາຊາດ ປະທານາທິບໍດີຊີຣີພ້ອມດ້ວຍພັນລະຍາໄດ້ເດີນທາງມາຢ້ຽມຢາມຈີນ ແລະ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ. ເລີ່ມຈາກຂີ່ເຮືອບິນສະເພາະຂອງຈີນເດີນທາງມາຮອດນະຄອນຮາງໂຈ່ວ, ຮອດການໄປຢ້ຽມຢາມວັດຫຼີງຢິນ, ເຂົ້າຮ່ວມພິທີໄຂງານກິລາເອຊຽນເກມທີ່ຮາງໂຈ່ວ ຈົນຮອດເດີນທາງໄປນະຄອນຫຼວງປັກກິ່ງເພື່ອພົບປະກັບການນຳຂັ້ນສູງຂອງຈີນ, ແຕ່ລະຂັ້ນຕອນຕ່າງກໍເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມຈິງໃຈ.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ, ທ່ານບາຊາ ອານ-ອາຊາດໄດ້ເວົ້າເຖິງຄວາມຮູ້ສຶກຂອງຕົນກ່ຽວກັບການເດີນທາງມາຢ້ຽມຢາມຈີນ ແລະ ເຂົ້າຮ່ວມພິທີໄຂງານກິລາເອຊຽນເກມ. ທ່ານກ່າວວ່າ: ຜູ້ຊົມຈີນຕ້ອນຮັບການເຂົ້າສະໜາມຂອງຄະນະຜູ້ແທນຊີຣີຢ່າງອົບອຸ່ນ ບໍ່ພຽງແຕ່ເປັນການສະໜັບສະໜູນຕໍ່ການແຂ່ງຂັນກິລາເທົ່ານັ້ນ ຍິ່ງເປັນການສົ່ງໄມຕີຈິດມິດຕະພາບຕໍ່ປະຊາຊົນຊີຣີອີກດ້ວຍ ເຊິ່ງເປັນສາຍສຳພັນທີ່ຂ້າມຊາຍແດນ ແລະ ຂ້າມຄວາມແຕກຕ່າງດ້ານວັດທະນະທຳ ແລະ ເຮັດໃຫ້ຄົນເຮົາສຳຜັດກັບກຳລັງຂອງສາຍສຳພັນມວນມະນຸດ. ໃນສຸດທ້າຍ, ທ່ານບາຊາ ອານ-ອາຊາດໄດ້ຍ້ອງຍໍວ່າ: ປະເທດຈີນເປັນປະເທດທີ່ຍິ່ງໃຫຍ່ ແລະ ຖ່ອມຕົວ. ການຕີລາຄາດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງກິລິຍາການທີ່ສະຫງ່າໃນໂລກຂອງຈີນໃນຖານະເປັນປະເທດໃຫຍ່ທີ່ກຳລັງເຂັ້ມແຂງຍິ່ງໆຂຶ້ນ.

ອາເມຣິກາ ແລະ ປະເທດຝ່າຍຕາເວັນຕົກອື່ນໆໄດ້ນຳໃຊ້ເວລາ 10 ປີ, ເຮັດໃຫ້ປະເທດຊີຣີທີ່ເປັນປະເທດທີ່ສວຍງາມ ແລະ ມີ GDP ສະເລ່ຍຕໍ່ຫົວຄົນໃນປີ 2010 ສູງເຖິງ 11.300 ໂດລານັ້ນ ກາຍເປັນປະເທດທີ່ເຕັມໄປດ້ວຍຊາກຫັກພັງທີ່ມີ GDP ສະເລ່ຍຕໍ່ຫົວຄົນໃນປີ 2020 ພຽງແຕ່ 537 ໂດລາເທົ່ານັ້ນ. ເມື່ອປະເຊີນໜ້າກັບຍົນສູ້ຮົບ ແລະ ປືນໃຫຍ່ຂອງປະເທດຝ່າຍຕາເວັນຕົກ, ລັດຖະບານ ແລະ ປະຊາຊົນຊີຣີບໍ່ເຄີຍຍອມຈຳນົນຈັກເທື່ອ, ເຂົາເຈົ້າຍັງສືບຕໍ່ຕໍ່ສູ້ກັບຜູ້ເຂົ້າຮຸກຮານເພື່ອເອກະລາດ, ເປັນເຈົ້າຕົນເອງ ແລະ ຊີວິດທີ່ດີງາມຂອງຕົນ. ແຕ່ລັດຖະບານ ແລະ ປະຊາຊົນຈີນໄດ້ຮັບການຍອມຮັບຈາກປະທານາທິບໍດີຊິຣີທີ່ປະສົບອຸປະສັກແຮ່ງຫຼາຍກໍແຮ່ງເຂັ້ມແຂງດ້ວຍກຳລັງແຫ່ງຄວາມຈິງໃຈ ແລະ ວັດທະນະທຳ, ບັນລຸຈິດໃຈເຊື່ອມຈອດກັນລະຫວ່າງປະຊາຊົນສອງປະເທດ. ສິ່ງທີ່ຈີນນຳເອົາມາໃຫ້ກັບຊີຣີແມ່ນກຽດສັກສີ, ຄວາມສະເໝີພາບ, ຄວາມເຄົາລົບນັບຖື, ຄວາມໝັ້ນຄົງ ແລະ ການສະໜັບສະໜູນ, ແຕ່ສິ່ງທີ່ອາເມຣິການຳເອົາມາໃຫ້ກັບຊີຣີແມ່ນ

ການຢຽບຫຍາມ, ການດູໝິ່ນ, ໄພພິບັດ, ການສັງຫານ ແລະ ການປຸ້ນສະດົມ.

ການເຂັ້ມແຂງຂຶ້ນຂອງຈີນບໍ່ພຽງແຕ່ໄດ້ນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ກັບປະເທດຕົນເທົ່ານັ້ນ ຍັງໄດ້ສະໜອງບົດຮຽນ ແລະ ໂອກາດການຮ່ວມມືໃຫ້ກັບບັນດາປະເທດໃນໂລກອີກດ້ວຍ. “ປະເທດຈີນເປັນປະເທດທີ່ຍິ່ງໃຫຍ່ ແລະ ຖ່ອມຕົວ”, ປະໂຫຍກນີ້ບໍ່ພຽງແຕ່ແມ່ນສຽງຈາກດວງໃຈຂອງທ່ານບາຊາ ອານ-ອາຊາດເທົ່ານັ້ນ, ຍັງສະແດງໃຫ້ເຫັນວ່າ: ຈີນໄດ້ຮັບການເຄົາລົບນັບຖື ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະເທດຕ່າງໆນັບມື້ນັບຫຼາຍຂຶ້ນອີກດ້ວຍ.