ໃນມື້ທຳອິດຂອງໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນ, ຄາດວ່າໃນທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 63 ລ້ານເທື່ອຄົນ

2023-09-30 15:33:21 cri

  ວັນທີ 29 ກັນຍານີ້, ກະຊວງຄົມມະນາຄົມ ແລະ ຂົນສົ່ງຈີນແຈ້ງໃຫ້ຮູ້ວ່າ: ໃນມື້ທຳອິດຂອງໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນ, ທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະ ການບິນພົນລະເຮືອນໃນທົ່ວປະເທດຈີນຄາດວ່າໄດ້ຂົນສົ່ງຜູ້ໂດຍສານ 63.205.000 ເທື່ອຄົນ, ເພີ່ມຂຶ້ນ 53,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນນັ້ນ, ທາງລົດໄຟຄາດວ່າໄດ້ຂົນສົ່ງຜູ້ໂດຍສານ 20.200.000 ເທື່ອຄົນ, ເພີ່ມຂຶ້ນ 108,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ທາງຫຼວງຄາດວ່າໄດ້ຂົນສົ່ງຜູ້ໂດຍສານ 40.025.000 ເທື່ອຄົນ, ເພີ່ມຂຶ້ນ 32,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ທາງນ້ຳຄາດວ່າໄດ້ຂົນສົ່ງຜູ້ໂດຍສານ 810.000 ເທື່ອຄົນ, ເພີ່ມຂຶ້ນ 48,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ການບິນພົນລະເຮືອນຄາດວ່າໄດ້ຂົນສົ່ງຜູ້ໂດຍສານ 2.170.000 ເທື່ອຄົນ, ເພີ່ມຂຶ້ນ 143,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຄາດວ່າທາງດ່ວນໃນທົ່ວປະເທດຈີນບໍລິການແລ່ນລົດປະມານ 66.000.000 ເທື່ອຄັນ, ເພີ່ມຂຶ້ນ 43,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.