ທ່ານສີຈິ້ນຜິງເຂົ້າຮ່ວມພິທີວາງກະຕ່າດອກໄມ້ເພື່ອລະນຶກວິລະຊົນປະຊາຊົນ

2023-09-30 13:09:38 cri

ວັນທີ 30 ກັນຍານີ້ແມ່ນວັນລະນຶກວິລະຊົນຜູ້ເສຍສະຫຼະຊີວິດແຫ່ງຊາດຈີນຄັ້ງທີ 10. ຕອນເຊົ້າມື້ດຽວກັນ, ທ່ານສີຈິ້ນຜິງ ແລະ ຜູ້ນຳທ່ານອື່ນໆຂອງພັກ-ລັດ ພ້ອມດ້ວຍຜູ້ຕາງໜ້າຈາກວົງການຕ່າງໆ ໄດ້ເຂົ້າໄປວາງກະຕ່າດອກໄມ້ເພື່ອລະນຶກວິລະຊົນປະຊາຊົນຢູ່ສະໜາມຫຼວງທ່ຽນອ່ານເໝິນທີ່ນະຄອນຫຼວງປັກກິ່ງ.

ເດືອນສິງຫາປີ 2014, ອົງການນິຕິບັນຍັດຈີນໄດ້ຜ່ານມະຕິ ຈັດເອົາວັນທີ 30 ກັນຍາຂອງທຸກໆປີເປັນວັນລະນຶກວິລະຊົນຜູ້ເສຍສະຫຼະຊີວິດ. ລັດຖະບານຈີນຈະຈັດກິດຈະກຳລະນຶກວິລະຊົນຜູ້ເສຍສະຫຼະຊີວິດໃນວັນທີ 30 ກັນຍາຂອງທຸກໆປີ ເພື່ອສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ວິລະຊົນຜູ້ເສຍສະຫຼະຊີວິດ ແລະ ເຮັດໃຫ້ນ້ຳໃຈວິລະຊົນສະຫຼັກໄວ້ໃນດວງໃຈຂອງຊົນຊາດຈີນ.